ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ບໍ່​ໄດ້​ເກີດ​ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ

(GMT+08:00) 2008-08-22 17:27:29 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 22 ສິງຫາ​ນີ້, ​ເຈົ້າໜ້າ​ທີ່ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພດ້ານ​ອາຫານ​ຂອງ​ງານໂອ​ລິ​ມປິກ​ປັກ​ກິ່ງ​ດຳ​ເນີນ​​ໄປ​ດ້ວຍ​ດີ, ນັບ​ມາຮອດ​ປະຈຸ​ບັນ, ບໍ່​ໄດ້​ເກີດ​ຄວາມ​ປອດ​ໄພ​ດ້ານ​ອາຫານ.

ວັນ​ທີ 22 ສິງຫາ​ນີ້, ​ໃນ​ກອງ​ປະຊຸມຂ່າວ, ນາງ​ທາງ​ຢຸນຮວາ​ໂຄສົກ​ຖະ​ແຫຼງ​ຂ່າວ​ຫ້ອງການ​ປະສານ​ງານ​ຕິດຕາມ​ກວດກາ​ຄວາມ​ປອດ​ໄພ​ອາຫານ​ຂອງ​ອົງການ​ປົກ​ຄອງ​ປັກ​ກິ່ງກ່າວ​ວ່າ, ນັບ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 21 ສິງຫາ​ນີ້, ຢູ່​ແຫ່ງ​ຕ່າງໆ, ​ເຊັ່ນ: ບ້ານ​ໂອ​ລິ​ມປິກ, ບ້ານ​ສື່​ມວນ​ຊົນ, ​ແລະ​ສະໜາມກິລາ​ແຫ່ງ​ຕ່າງໆ​, ພະນັກ​ງານ​ຕິດຕາມ​ຄຸ້ມ​ຄອງຄວາມ​ປອດ​ໄພດ້ານ​ອາຫານ​ຂອງ​ອົງການ​ປົກຄອງ​ປັກ​ກິ່ງ​ປະຈຳ​ງານ​​ໂອ​ລິມປິກ​ປັກ​ກິ່ງ​ໄດ້​ຕິດຕາມ​ກວດກາ​ອາຫານ​ທີ່​ສະໜອງ​ໃຫ້​ນັກ​ກິລາ, ​ເຈົ້າໜ້າ​ທີ່​ແລະ​ພະນັກງານ​ສື່​ມວນ​ຊົນຫຼາຍກວ່າ 1 ລ້ານ 6 ​ແສນ​​ເຍື່ອງ, ວັດ​ຖຸດິບ​ເພື່ອປຸງ​ແຕ່ງ​ອາຫານ​ທີ່​ແຈກ​ຢາຍ​ແລະ​ໄດ້ຮັບ​ຢູ່​ແຫ່ງ​ຕ່າງໆຂອງ​ງານ​ໂອ​ລິ​ມປິກ 4800 ​ເທື່ອ, ບໍ່​​ໄດ້ເກີດ​ມີ​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຈັກ​ເທື່ອ.

ນາງ​ທາງ​ຢຸນຮວາ​ກ່າວ​ວ່າ, ອັດຕາ​ໄດ້​ມາດ​ຕະ​ຖານ​ຂອງ​ອາຫານ​ທີ່​ສະໜອງ​ໃຫ້​ງານ​ໂອ​ລິ​ມປິກ​ໄດ້​ບັນລຸ 100%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>