ສະຫະ​ປະຊາ​ຊາດບອກວ່າ​ໄດ້ຈັດ​ຫາງົບ14ລ້ານ​ກວ່າ​ໂດ​ລາເພື່ອຊ່ວຍ​ສ້າງສາ​ຄືນ​ໃໝ່​ຢູ່​ເມືອງ​ເວີ້ນຊ່ວນ

(GMT+08:00) 2008-08-22 18:18:34 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ22​ສິງຫາ​ນີ້,ຢູ່​ທີ່​ປັກ​ກິ່ງ,ສຳນັກງານ​ສະຫະ​ປະຊາ​ຊາດ​ປະຈຳ​ຈີນ​ປະກາດ​ວ່າ,ຂໍ້​ລິ​ເລີ່​ມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ການ​ສ້າງສາ​ຄືນ​ໃໝ່​ໄລຍະ​ກາງ​ແລະ​ຍາວ​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ຢູ່ເມືອງ​ເວິ້ນຊ່ວນທີ່ສະຫະ​ປະຊາ​ຊາດປະກາດ​ໃນ​ຫວ່າງ​ກ່ອນ​ນີ້​ໄດ້​ຮັບ​ສຽງ​ຕອບ​ສະ​ໜອງ​ຈາກ​ປະຊາ​ຄົມ​ໂລກ.ປັດຈຸບັນ​ໄດ້​ຮັບ​ເງິນ​ບໍ​ລິ​ຈາກ​ຫຼາຍ​ກວ່າ14​ລ້ານ​ໂດ​ລາ.​ພ້ອມ​ກັນ​ນັ້ນ,ສະ​ຫະ​ປະຊາ​ຊາດ​ຍັງ​ຮຽກຮ້ອງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຊອກ​ງົບ​ປະ​ມານ​ໃຫ້​ໄດ້​35​ລ້ານ​ໂດ​ລາ.

ທ່ານ​ມາ​ເຮີ​ລີ ຜູ່​ປະສານ​ງານ​ຂອງສະຫະ​ປະຊາ​ຊາດ​ປະຈຳ​ຈີນ​ກ່າວ​ວ່າ,​ເງິນ​ບໍ​ລິ​ຈາກ​14​ລ້ານ​ໂດ​ລາ​ແມ່ນ​ມາ​ຈາກ​ກາ​ນາ​ດາ,​ແບນ​ຊິກ,ນອກ​​ແວ ອາລາ​ບີ​ຊາ​ອຸ​ດິດ​ແລະ​ສະ​ຫະ​ພາບ​ເອີ​ລົບ.ອີງ​ຕາມ​ຄວາມ​ປາ​ຖະ​ໜາ​ຂອງ​ຜູ່​ບໍ​ລິ​ຈາກ​ຕ່າງໆ,​ເງິນ​ເຫຼົ່າ​ນີ້​ສຳ​ຄັນ​ຈະ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ຜູ່​ປະ​ສົບ​ໄພ​ເຂດ​ທີ່​ຢູ່​ສອກ​ຫຼີກ​ເພື່ອ​ດຳ​ເນີນ​ການສ້າງສາ​ຄືນ​ໃໝ່​ດ້ານ​ສິ່ງ​ແວດ​ລ້ອມ,​ການ​ສຶກ​ສາ​ແລະ​ກະ​ສິ​ກຳ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>