ນາງ​ລີ​ອຸດ​ມີ​ລາ ບຼອນສຄາ ນັກ​ກິລາຂອງ​ອູ​ແກຼນຖືກ​ຍົກ​ເລີກ​ຜົນ​ການ​ແຂ່ງຂັນ

(GMT+08:00) 2008-08-22 18:25:03 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ22​ສິງຫາ​ນີ້,ຄະນະ​ບໍລິຫານ​ງານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ປະກາດແຈ້ງ​ການ​ທາງ​ການ,ຢືນຢັນ​ວ່າ ນາງ​ລີ​ອຸດ ມີ​ລາ ບຼອນສຄາ ນັກ​ກິລາ​ແລ່ນ​ແລະ​ລານ​ອູ​ແກຼນ​ໄດ້​ລະ​ເມີດ​ກົດຂໍ້​ກຳນົດ​ຕ້ານ​ສານ​ກະ​ຕຸ້ນ,ສະ​ນັ້ນ,ຈິ່ງ​ຍົກ​ເລີກ​ຜົນ​ງານການ​ແຂ່ງຂັນ​ຂອງ​ນາ​ງ​ໃນ​ສອງ​ລາຍການ​ຄື​ເຕັ້ນ​ໄກ​ແລະ7​ປະ​ເພດ​ແລ່ນ​ແລະ​ລານ​ເພດ​ຍິງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຍ້ອນ​ວ່າການ​ກວດ​ສານ​ກະ​ຕຸ້ນຂອງ​ນາງ​ບຼອນສຄາ​ມີ​ຜົນໝາຍບວກ,ພາຍຫຼັງ​ໄດ້ຟັງ​ຄຳ​ໃຫ້ການ​ໃນ​ວັນ​ທີ21​ສິງຫາ​ແລ້ວ,ຄະນະ​ກຳມະ​ການ​ໂອ​ລິ​ມປິກສາກົນ​ໄດ້​ຕັດສິນ​ວ່າ,ຫ້າ​ມບໍ່​ໃຫ້ນາງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທັງ​ໝົດ​ຊົ່ວຄາວ.

ວັນ​ທີ16​ສິງຫາ​ນີ້,ນາງ​ບຼອນສຄາ​ຊິງ​ໄດ້ຫຼຽນ​ເງິນ7​ປະ​ເພດ​ແລ່ນ​ແລະ​ລານ​ເພດ​ຍິງ. ​ເນື່ອງ​ຈາກ​ວ່ານັກ​ກິລາ​ທີ່​ອາຍຸ31​ປີ​ຜູ່​ນີ້​ເຄີຍ​ຖືກ​ຫ້າມບໍ່​ໃຫ້​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສອງ​ປີ​ຍ້ອນ​ໃຊ້​ສານ​ກະ​ຕຸ້ນ​ໃນ​ປີ2003,ສະ​ນັ້ນ,ອີງ​ຕາມ​ຂໍ້​ກຳນົດ​ຕ້ານ​ສານ​ກະ​ຕຸ້ນ​ຂອງ​ສະຫະພັນ​ແລ່ນ​ແລະ​ລານ​ສາ​ກົນ,​ນັກ​ກິລາ​ທີ່​ຖືກ​ກວດ​ພົບ​ໃຊ້​ສານ​ກະ​ຕຸ້ນ ​ເທື່ອ​ທີ​ສອງ​ ອາດ​ຈະ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຕະຫຼອດ​ຊີ​ວິດ.

ຂ່າວ​ແຈ້ງວ່າ,ນີ້​ແມ່ນ​ເຫດການ​ໃຊ້​ສານ​ກະ​ຕຸ້ນ​ລາຍ​ທີ5​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>