ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ເຂົ້າ​ສູ່​ມື້​ທີ 15, ຈະ​ຊິງ​ເອົາ​ຫຼຽນ​ຄຳ 32 ຫຼຽນ

(GMT+08:00) 2008-08-23 12:11:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ມື້​ນີ້​ແມ່ນວັນ​ທີ 23 ສິງຫາ, ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ເຂົ້າສູ່​ມື້​ທີ 15, ຈະ​ຊິງ​ເອົາຫຼຽນຄຳ 32 ຫຼຽນ, ​ແມ່ນ​ວັນ​ທີ່​ມີຫຼຽນຄຳຫຼາຍອີກ​ວັນ​ໜຶ່ງຫຼັງວັນ​ທີ 17 ສິງຫາ​ມາ​ນີ້.

ວັນ​ທີ 23 ສິງຫາ​ນີ້, ຈະ​ມີຫຼາຍລາຍການ​ປະ​ເພດບານ​ຊິງ​ເອົາຫຼຽນຄຳ. ບານ​ເຕະ​​ເພດ​ຊາຍ​ຈະຊິງ​ເອົາຫຼຽນຄຳ​ລະຫວ່າງ​ທິມອັກຊັງ​ຕິນ​ແລະ​ນີ​ເຊ​ເລຍ. ນອກ​ນັ້ນ, ບານ​ສົ່ງ​ຍິງ, ບານບ້ວງຍິງ, ບານ​ມື​ຍິງ, ຕິຄີ​ຊາຍ, ​ແລະ​ເບ​ສບອນ​ຊາຍ​ກໍ່​ຈະ​ຊິງ​ເອົາຫຼຽນຄຳ​ໃນ​ມື້ນີ້. ທິມຈີນ​ຈະ​ຊິງ​ເອົາຫຼຽນທອງ​ໃນ​ລາຍການ​ບານ​ສົ່ງ​ຍິງ​ແລະ​ບານບ້ວງ​ຍິງ.

ຫຼຽນຄຳ​ຂອງ​ລາຍການ​ລົດຖີບຜ່ານ​ສະໜາມ​​ເພດ​ຍິງ​ແລະ​ເພດ​ຊາຍຈະ​ຊິງ​ເອົາຫຼຽນຄຳ​ຢ່າງ​ຕໍ່​ເນື່ອງ​ກັນ. ລາຍການ​ໂດດ​ນ້ຳ​ແລະ​ລາຍການ​ປິ່ງ​ປ່ອງ​ກໍ່​ຈະ​ສິ້ນ​ສຸດ​ລົງ​ໃນ​ມື້​ນີ້. ລາຍການ​ແຂ່ງ​ເຮືອ​ກາ​ໂນ່ຈະ​ຊິງ​ເອົາ 6 ຫຼຽນຄຳສຸດ​ທ້າຍ. ທ້າວ​ເມີ້ງກວນ​ລຽງ​ແລະ​ທ້າວ​ຢາງ​ເວີນ​ຈຸນ ​ແຊມ​ປຽນ​ສອງ​ຄົນພາຍ​ເຮືອ 500 ​ແມັດ​ເພດ​ຊາຍ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງກ່ອນ​ຈະຊິງ​ຫຼຽນຄຳ​ອີກ​.

ລາຍການ​ເທ​ຄວນ​ໂດ​ຈະ​ດຳ​ເນີນ​ການ​ແຂ່ງຂັນ​ຮອບ​ຊະນະ​ເລີດ​ລຸ້ນ 67 ກິ​ໂລ​ເພດ​ຍິງ​ແລະ​ລຸ້ນ 80 ກິ​ໂລ​ເພດ​ຊາຍ. ນາງ​ເສີນ​ຈົ່ງ ນັກ​ກິລາ​ຈີນ​ຈະ​ພະຍາຍາມ​​ເພື່ອ​ຊິງ​ເອົາຫຼຽນຄຳ​ລຸ້ນ 67 ກິ​ໂລ​ຂຶ້ນ​ໄປ​ເພດ​ຍິງ, ​ເພື່ອ​ບັນລຸ​"​ແຊມ​ປຽນ 3 ຄັ້ງຫຼຽນຕິດ"ຂອງ​ງານ​ໂອ​ລິມປິກ.

ໃນ​ສະໜາມກິລາ​ແລ່ນ​ແລະ​ລາມ​ຈະ​ດຳ​ເນີນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ​ຂອງ​ລາຍການ 5 ພັນ​​ແມັດ​ເພດ​ຊາຍ, 800 ​ແມັດ​ເພດ​ຊາຍ, ​ແລະ1500 ​ແມັດ​ເພດ​ຍິງ, ການ​ແລ່ນ​ຕໍ່​​ໄມ້ 4X 400​ ​ແມັດ​ເພດ​ຍິງ, ​​ການ​​ແລ່ນ​ຕໍ່​​ໄມ້ 4X 400 ​ແມັດ​ເພດ​ຊາຍ​ແລະ​ຊັດຫຼາວ​ເພດ​ຊາຍ, ​ເຕັ້ນສູງ​ເພດ​ຍິງ.
ນັກ​ກິລາ​ໄທ​ຈະ​ບຸກຫາຫຼຽນຄຳ​ມວຍ​ສາກົນ​ລຸ້ນ 51 ກິ​ໂລ​ເພດ​ຊາຍ​ແລະ​ລຸ້ນ 64 ກິ​ໂລ​ເພດ​ຊາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>