ຈີນ​ອັງ​ກິດ​ຮ່ວມ​ກັນ​ພິມ​ຈຳ​ໜ່າຍ​ສະ​ແຕມ​ລະ​ລຶກ​ການ​ມອບ​ຮັບ​ທຸງ​ໂອ​ລິມ​ປິກ

(GMT+08:00) 2008-08-23 12:54:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ​ເພື່ອ​ລະ​ລຶກ​ປັກ​ກິ່ງ​ມອບ​ທຸງ​ໂອ​ລິ​ມປິກ​ໃຫ້​ລອນ​ດອນ, ກົມ​ໄປ​ສະ​ນີ​ຈີນ​ກັບ​​ໄປ​ສະ​ນີ​ອັງກິດ​ຈະ​ຮ່ວມ​ກັນ​ພິມ​ຈຳໜ່າຍ​ສະ​ແຕມ​ລະ​ລຶກ​ທີ່​ມີ​ຫົວ​ຂໍ້​ວ່າ "ງານ​ກິລາ​ໂອ​ລິມ​ປິກ​ຈາກ​ປັກ​ກິ່ງ​ຮອດ​ລອນ​ດອນ".

ສະ​ແຕມ​ຊຸດ​ນີ້​ຊຸດ​ລະ 4 ດວງ, ​ໄດ້​ພິມ​ສິ່ງ​ກໍ່ສ້າງ​ທີ່​ເປັນ​ສັນຍະລັກ​ຂອງ​ປັກ​ກິ່ງ​ແລະ​ລອນ​ດອນ, ​ເຊິ່ງມີ​ຮັງ​ນົກ ສະ​ໜາມ​ກິລາ​ຫຼັກ​ຂອງ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ແລະຕາ​ລອນ​ດອນ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ໂສມ​ໜ້າ​ໃໝ່​ຂອງ​ 2 ນະ​ຄອນ​ນີ້, ຍັງ​ມີ​ຫໍຄອຍ​ແຈ​ພະ​ລາ​ຊະ​ວັງບູຮານ​ປັກ​ກິ່ງ​ແລະ​ທາດ​ລອນ​ດອນ​ເຊິ່ງ​ເປັນ​ຮ່ອງ​ຮອຍ​ບູຮານ​ຂອງ 2 ນະ​ຄອນ​ນີ້. ນອກ​ນີ້, ສະ​ແຕມ​ຊຸດ​ນີ້​ຍັງ​ໄດ້​ພິມ​​ເຄື່ອງໝາຍ 5 ບ້ວງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>