ໜັງສືພິມ​ຝະ​ຣັ່ງ​ຍ້ອງ​ຍໍ​ວ່າ ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ສະ​ແດງ​ສະ​ເໜ່​ຂອງ​ຈີນ

(GMT+08:00) 2008-08-23 13:00:27 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 22 ສິງຫາ​ນີ້, ໜັງສືພິມ "ລາ ຕຼີບຸນ" ຂອງ​ຝະຣັ່ງພິມ​ບົດ​ຄວາມ, ຍ້ອງຍໍ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສະ​ແດງ​ສະ​ເໜ່​ແລະພາບ​ພົດ​ທີ່​ດີງາມ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ນະຄອນ​ປັກ​ກິ່ງທີ່​ປະຊາຊົນ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ຮູ້ຈັກປານ​ໃດ​ໂດຍ​ຜ່ານ​ການຖ່າຍ​ທອດ​ທາງ​ໂທລະພາບ.

ບົດ​ຄວາມ​ຂຽນ​ວ່າ, ພິທີ​ໄຂ​ງານ​ທີ່​ງາມ​ສະຫງ່າ​ແມ່ນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ການຖ່າຍ​ທອດ​ສົດ​ທາງ​​ໂທ​ລະ​ພາບ​ໄດ້​ສະ​ແດງ​ພາບ​ພົດ​ທີ່​ດີງາມ​ຂອງ​ນະຄອນ​ປັກ​ກິ່ງ​ໃຫ້​ປະຊາຊົນ​ປະ​ເທດ​ຕາ​ເວັນ​ຕົກທີ່​ຍັງບໍ່​ຮູ້ຈັກ​ປັກ​ກິ່ງ​ປານ​ໃດ. ຜູ້​ຊົມ​ໂທລະພາບ​ໄດ້​ເຫັນ​ຕຶກ​ສູງຕັ້ງ​ຊ້ອງໆ​ກັນ​ຢ່າງ​ຫຼວງ​ຫຼາຍ, ​ສະໜາມ​ກິລາ​ທີ່​​ເປັນ​ໜ້າ​ງຶດ​ງໍ້ແລະ​ວຽກ​ງານ​ຈັດ​ຕັ້ງ​ທີ່​ດີງາມ. ນັກ​ກິລາ​ສ່ວນຫຼາຍ​ທີ່​ສຸດ​ເພີງ​ພໍ​ໃຈ​ຕໍ່​ສະໜາມ​ກິລາ.

ໜັງ​ສື​ພິມ "ລາ ຕຼີບຸນ" ​ເຫັນ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ໂອ​ລິມ​ປິກ​ທີ່​ຄົນ​ທັງຫຼາຍ​ຄອງ​ຄອຍ​ທີ່​ສຸດ​ໃນ​ຫຼາຍປີ​ມານີ້, ປັກ​ກິ່ງ​ໄດ້​ສຳ​ເລັດ​ໜ້າ​ທີ່​ຢ່າງ​ມີ​ຄວາມ​ສຸກ​ແລະ​​ຈົບງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>