ໃນ​ໄລຍະ​ງານ​ໂອ​ລິມ​ປິກ ຕົວ​ເມືອງ​ປັກ​ກິ່ງມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດີ

(GMT+08:00) 2008-08-23 16:42:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ23ສິງຫາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ລິວ​ຈື້ ​ໂຄສົກ​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ວຽກ​ງານ​ຮັບປະກັນ​ທຸກ​ດ້ານຂອງ​ນະຄອນ​ປັກ​ກິ່ງ​ໄດ້​ຮັບ​ການກວດ​ສອບ​ຢ່າງຮອບດ້ານ,ສະໜາ​ມ​ແຂ່ງຂັນ​ແລະ​ສະໜາມ​ເຝິກ​ຊ້ອມ76​ແຫ່ງ​ຢູ່​​ໃນ​ສະພາບ​ເປັນປົກກະຕິ​ແລະ​ມີ​ປະສິດທິ​ຜົນ​ສູງ,​ໂດຍ​ທົ່ວ​ໄປ​ແລ້ວ ​ຕົວ​ເມືອງມີ​ຄວາມສະຫງົບ​ເປັນ​ລະບຽບຮຽບຮ້ອຍ​ດີ.

​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ນະຄອນ​ປັກ​ກິ່ງ​ໄດ້​ພະຍາຍາມ​ຍົກ​ສູງ​ຄວາມ​ສາມາດ​ກາ​ນຂົນ​ສົ່ງຜູ່​​ໂດຍສານ,ທຸກ​ມື້​​ໄດ້​ຂົນ​ສົ່ງ​ຜູ່​ໂດຍ​ສານ​ເກືອບ20ລ້ານ​ເທື່ອ​ຄົນ.​ໃນ15ວັນນັບ​ແຕ່​ໄຂ​ງານ​ໂອ​ລິ​ມປິກ​ມາ​ນີ້,ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງດີ​ ຕະຫຼອດ. ຄວາມ​ປອດ​ໄພ​ດ້ານອາຫານ​ການ​ກິນ ​ໃນ​ທົ່ວ​ນະຄອນ​ບໍ່​ມີ​ຜູ່​ໃດ​ຖືກອາຫານເປັນພິດ​​ ບໍ່​ມີ​ມົນ​ລະ​ພິດ​ໃນ​ນ້ຳ ​ແລະ​ບໍ່​ມີ​ພະຍາດ​ຕິດ​ແປດ​ແຜ່​ລະບາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>