ເຈົ້າ​ໜ້າ​ທີ່​ປັກ​ກິ່ງ​ກ່າວ​ວ່າ,ພາຍຫຼັງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ຈະ​ສືບ​ຕໍ່​ປະຕິບັດ ມາດ​ຕະການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​

(GMT+08:00) 2008-08-23 18:00:13 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ23 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ດູ້ຊ້າ​ວຈົ່ງ ຮອງ​ຫົວໜ້າ​ແລະ​ໂຄສົກ​ຂອງ​ພະ​ແນ​ກອະນຸລັກ​ສິ່ງ​ແວດ​ລ້ອມ​ປັກ​ກິ່ງ​ກ່າວ​ວ່າ,ພາຍຫຼັງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ປັກ​ກິ​ງຈະ​ສືບ​ຕໍ່​ປະຕິບັດມາດ​ຕະການ​ທີ່​ປັບປຸງສິ່ງ​​ແວດ​ລ້ອມ​​.

ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານ​ດູ້ຊ້າ​ວຈົ່ງ​ກ່າວ​ວ່າ,ຈະ​ສືບ​ຕໍ່​ປະຕິບັດມາດ​ຕະການ​ຫຼຸ​ດການ​ລະບາຍ​ມົນ​ລະ​ພິດຊົ່ວຄາວ​ໃນ​ໄລຍະ​ງານ​​ໂອ​ລິ​ມປິກ​,​ເພື່ອ​ເລັ່ງລັດ​ປັບປຸງຄຸນ​ນະພາ​ບສິ່ງ​ແວດ​ລ້ອມ​ຂອງ​ປັກ​ກິ່ງ​​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.ທ່ານ​ກ່າວ​ວ່າ,ປັກ​ກິ່ງ​ຈະ​ເລັ່ງລັດຊຳລະ​ລົດຍົນ​ທີ່​ປ່ອຍ​ຄວັນໜັກ​ແລະ​ຄວບ​ຄຸມ​ຂີ້ຝຸ່ນ​ທີ່​​ເກີດ​ຈາກການ​ກໍ່ສ້າງ.ຕໍ່​ວິ​ສາ​ຫະກິດ​ທີ່ລະບາຍ​ມົນ​ລະ​ພິດ​ໜັກ​​ແລະ​ບໍ່​ໄດ້ມາດຕະຖານ,ຈະ​​ໃຫ້​ຢຸດຜະລິດ​ແລະ​ຈຳກັດການ​ຜະລິດ.

ນອກ​ນີ້,ພະ​ແນ​ກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ປັກ​ກິ່ງ​ຈະ​ຖອດ​ຖອນ​ບົດຮຽນ​ຂອງ​ງານ​ໂອ​ລິ​ມປິກ,ຈັດ​ຕັ້ງ​​ອາສາ​ສະໝັກ​ອະນຸລັກ​ສິ່ງ​ແວ​ດລ້ອມ​ຕົວ​ເມືອງ​ມາ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ປະຈຳ​ວັນ​ພາຍຫຼັງ​ງານ​ໂອ​ລິ​ມປິກ.​ໃນ​ຂະນະ​ດຽວກັນ,ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວສາທາລະນະ​ປະ​​ໂຫຍ​ດທີ່ອະນຸລັກ​ສິ່ງ​ແວດ​ລ້ອມ​​ໂດຍ​ການ​ໃຫ້​ລາງວັນ​ແກ່​ຜູ່​ລາຍ​ງານ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>