ນາຍົກລັດຖະມົນຕີຈີນກ່າວ​ວ່າ,ນ້ຳ​​ໃຈ​ໂອ​ລິ​ມປິກ​ຈະ​ຄົງ​ຕົວຕະຫຼອດການ

(GMT+08:00) 2008-08-23 19:38:09 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຈີນ: ກ່ອນ​ຈະ​ອັດງານ​ໂອລິ​ມປິກ​ປັກ​ກິ່ງຄື່​ໃນວັນ​ທີ23 ສິງຫາ​ນີ້, ​ໃນ​ເວລາ​ພົບ​ປະ​ຜູ່​ນຳ​ຕ່າງປະ​ເທດ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ,ຈີນ​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການຈັດ​ງານ​ໂອ​ລິ​ມປິກ2008,ຊຸກຍູ້​ມິດ​ຕະພາບ,ສາມັກຄີ​ແລະ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​​ປະ​ເທດຕ່າງໆ.​ເຖິງ​ວ່າງານ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ​ແລ້ວ,​ແຕ່​ວ່າ​ນ້ຳ​ໃຈໂອ​ລິ​ມປິກ​ຈະ​ຄົງ​ຕົວຕະຫຼອດການ.

ຕອນ​ເຊົ້າ​ມື້​ດຽວ​ກັນ,ທ່ານ​ເວິ່ນ​ເຈ່ຍ​ປາວ​ໄດ້​ພົບ​ປະ​ທ່ານ​ເກ​ດີ​ມີນາ​ສ ກີ​ກີລາ​ສ ນາຍົກລັດຖະມົນ​ຕີ​ລີ​ຕົວ​ນີ,ທ່ານ​ອີ​ວາສ ກົດມາ​ນີສ ນາຍົກລັດຖະມົນຕີ​ແລັດ​ໂຕ​ນີ​ແລະ​ທ່ານ​ອີ​ເວສ ​ເລ​ເຕີມ ນາຍົກລັດຖະມົນຕີ​​​ແປັນ​ຊິກທີ່​ມາ​ເຂົ້າ​ຮ່ວມ​ຊົມງານ​ໂອ​ລິ​ມປິກ​ປັກ​ກິ່ງ.

ໃນ​ການ​ພົບ​ປະ,ຜູ່​ນຳ​ປະ​ເທດ​ຕ່າ​ງໆ​ລ້ວນ​ແຕ່ຊົມ​ເຊີຍງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ,ຊົມ​ເຊີຍ​ຈີນ​ສະ​ແດງ​​ຄວາມ​ສາມາດ​ອັນ​ດີ​ເດັ່ນ​ໃນ​ການຈັດງານ​ໂອ​ລິ​ມປິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>