ການສະ​ໜັບສະ​ໜູນ​ຂອງປະຊາຊົນແມ່ນ​ສາ​ເຫດ​ອັນ​ສຳຄັນ​ທີ່​ປັກ​ກິ່ງ​ຈັດ​ງານ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2008-08-23 19:46:41 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ23 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ລິວ​ຈີ້ ​ໂຄສົກ​ອົງການ​ປົກຄອງ​ປັກ​ກິ່ງ​ກ່າວ​ວ່າ,ທ່ານ​​ໃຫ້ຄ​ະ​ແນນ​ເຕັມຕໍ່ການ​ສະ​ໜັບສະ​ໜູນ​ຂອງ​ປະຊາ​ຊົນ​ປັກ​ກິ່ງ​ງານ​ໂອ​ລິ​ມປິກ.ທ່ານ​ຫຼີ​ເຫວີຍ ​ໂຄສົກອີກ​ຜູ່​ໜຶ່ງ​ກໍ່​ກ່າວ​ວ່າ,ກາ​ນສະໜັບສະໜູນ​ຂອງ​ປະຊາຊົນ​ປັກ​ກິ່ງ​ແມ່ນ​ສາ​ເຫດ​ອັນ​ສຳຄັນ​ທີ່​ປັກ​ກິ່ງ​ຈັດ​ງານ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ.

ໃນ​ໄລຍະ​ງານ​ໂອລິ​ມປິກ,ປະຊາຊົນປັກ​ກິ່ງຈຳນວນ​ຫຼວງຫຼາຍ​ຄົນ​ໄດ້​ສະໜອງ​ການ​ບໍລິການ​ຊະນິດ​ຕ່າງໆ​ໃຫ້​ງາ​ນ​ໂອ​ລິ​ມປິກ​ໂດຍ​ທາງກົງຫຼື​ທາງ​ອ້ອມ,​ເຊັ່ນ​ເຂົ້າ​ຮ່ວມ​ໜ່ວຍຮັກສາ​ຄວາມ​ປອດ​ໄພ​ແລະ​ໜ່ວຍອາສາ​ສະໝັກ​ເປັນ​ຕົ້ນ​.ນອກ​ນີ້,​ເພື່ອ​ອະນຸລັກ​ສິ່ງ​ແວດ​ລ້ອມ,​ຂະ​ແໜງ​ການ​ທີ່ເຂົ້າຮ່ວມ"ອອກ​ເດີນທາງ​ຢ່າງ​ສີຂຽວ,ບໍ່ຂັບລົດ​ມື້ໜຶ່ງ"​ເພີ່ມ​ຂຶ້ນຮອດ​ເກືອບ1900​ແຫ່ງ​ຈາກ​ບໍ່ພໍ​ເທົ່າ​ໃດ​ແຫ່ງ​ໃນ​​ເມືອ​ຫົວທີ,ຈຳນວນ​ຄົນ​ເຂົ້າ​ຮ່ວມ​​ໄດ້​ເພີ່ມ​ຂຶ້ນ2​ແສນ​ຄົນຕໍ່​ປີ.

ງານ​ໂອ​ລິ​ມປິກ​ເຮັດ​ໃຫ້​ຮູບ​ແບບການ​ດຳລົງ​ຊີວິດ​ການ​ເປັນ​ຢູ່​ແລະ​ພຶດຕິ​ກຳຂອງ​ປະຊາຊົນປັກ​ກິ່ງມີ​ການ​ປ່ຽນ​ແປງ,ກິລິ​ຍາມາ​ລະ​ຍາດ​ທີ່​ດີ,​ໂຄລົບ​ລະບຽບ​ຫຼັກການ,​ເນັ້ນ​ໜັກ​​ການ​ເຂົ້າ​ຮ່ວມ,ສາມັກຄີ​ແລະ​ປະກອບສ່ວນ​​ເຂົ້າ​ໃນ​ການ​ເຄື່ອ​ນ​ໄຫວຕ່າງໆ​ໂດຍ​ຕົນ​ເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>