ພິທີ​ອັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ​24​ສິງ​ຫາ​ນີ້

(GMT+08:00) 2008-08-24 10:35:45 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, 20​ໂມງ​ວັນ​ທີ24​ສິງຫາ​ນີ້, ພິທີ​ອັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ສະໜາມກິລາ​​ແຫ່ງ​ຊາດ​ຫຼື​ຮັງ​ນົກ. ​​ເມື່ອ​ຮອດ​ເວລາ​ນັ້ນ, ງານ​ມະ​ຫະກຳ​ດອກ​ບັ້ງ​ໄຟ​ຈະ​ສະ​ແດງ​ອີກ​ເທື່ອ​ໜຶ່ງ, ຢູ່​ເທິງ​ທ້ອງຟ້າ​ຮັງ​ນົກ​ຈະ​ມີ​ເລກ​ມຸງຄຸນ​ລອຍ​ຂຶ້ນ​ຢ່າງ​ຊ້າ​ໆ.

ທ່ານ​ຈ້າວ​ເວ​ຜິ​ງ ຜູ້​ບັນຊາ​ການ​ໃຫຍ່​ຂອງ​ຄະນະ​ປະຕິບັດ​ການ​ຈູດ​ດອກ​ບັ້ງ​ໄຟ​ຢູ່​ຮັງ​ນົກ​ກ່າວ​ວ່າ, ​ເມື່ອ​ທຽບ​ກັບ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ແລ້ວ, ດອກ​ບັ້ງ​ໄຟ​ໃນ​ພິທີ​ອັດ​ຈະ​ສ້າງ​ບັນຍາກາດ​ທີ່​​ເຕັມ​ໄປ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ, ກົມກຽວ​ກັນ​ແລະ​ອາ​ໄລ​ອາວ​ອນ. ຕອນ​ຄ່ຳ​ວັນ​ທີ24ສິງຫາ​ນີ້, ຈະ​ຈູດ​ດອກ​ບັ້ງ​ໄຟ​ລວມທັງ​ໝົດ8​ພັນ​ກວ່າ​ດວງ, ​ແລະ​ຈະຈູດ​ຕະຫຼອດ​ໄລຍະ​ຈັດ​ພິທີ​ອັດ​ງານ​ໂອ​ລິ​ມປິກ. ນອກ​ນີ້, 18​ເຂດ​ຄຸ້ມ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ກໍ​ຈະ​ຈູດ​ດອກ​ບັ້ງ​ໄຟ​ຄື​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>