ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ເຢຍລະ​ມັນ​ກ່າວ​ວ່າ ​ໃຫ້​ປັກ​ກິ່ງ​ເປັນ​ເຈົ້າພາບ​ງານ​ໂອ​ລິ​ມປິກ​ແມ່ນ​ການ​ເລືອກທີ່​ຖືກຕ້ອງ

(GMT+08:00) 2008-08-24 11:23:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 23 ສິງ​ຫາ​ນີ້,ທ່ານ​ໂທ​ມາສ ບາຣ ຮອງ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ປະ​ທານ​ຄະນະ​ກຳມະ​ການ​ໂອ​ລິມປິກ​ເຢຍລະ​ມັນ​ຍ້ອງຍໍ​ວ່າ,ປັກ​ກິ່ງ​ໄດ້​ຈັດ​ງານ​ໂອ​ລິ​ມປິກ​ທີ່​ດີ​ເລີດ,ທ່ານ​​ເຫັນ​ວ່າ,ຄວາມຈິງ​ໄດ້​ຢືນຢັນ​ວ່າ,"​​ໃຫ້​ປັກ​ກິ່ງ​​ເປັນ​ເຈົ້າພາບຈັດ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ແມ່ນ​ການ​ເລືອກທີ່​ຖືກຕ້ອງ".

ຕາມ​ຂ່າວ​ສານ​ເຢຍລະ​ມັນ​ແຈ້ງ​ຂ່າວ​ວ່າ,ວັນ​ທີ 23 ສິງຫາ​ນີ້,ຢູ່ປັກ​ກິ່ງ,ທ່ານ​ບາຣກ່າວ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເວົ້າ​ສຳລັບ​ນັກ​ກິລາ​ປະ​ເທດ​ຕ່າງໆ​ແລ້ວ,​ແມ່ນ​ງານ​ໂອ​ລິ​ມປິກ​ທີ່​ດີ​ເລີດ​ເຊິ່ງມີ​ສະໜາມກິລາ​ລະດັບ​ໂລກ ວຽກ​ງານ​ຈັດ​ຕັ້ງ​ທີ່​ລະອຽດຮອບ​ຄອບ​ແລະ​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ການຖ່າຍ​ທອດຜ່ານ​ທາງ​​ໂທລະພາບ.

ທ່ານ​ບາຣຍັງ​ກ່າວ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ສ້າງ​ຜົນ​ສະທ້ອນ​ທາງ​ບວກ​ຕໍ່​ອະນາ​ຄົດ​ຂອງ​ຈີນ.ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້ຂະ​ບວນການ​ໂອ​ລິ​ມປິກ​ໄດ້​ຮັບ​ການ​ເພີ່ມ​ທະວີ,ນັບ​ມາ​ຮອດ​ປະຈຸ​ບັນ,​ໄດ້​ມີ 85 ປະ​ເທດ​ແລະ​ເຂດ​ແຄວ້ນ​ຊິງ​ໄດ້​ຫຼຽນ​ລາງວັນ,ນີ້​ແມ່ນບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ງານ​​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>