ທ້າວ​ຢູ​ເຊນ ບອນທ໌ ນັກ​ກິ​ລາ​ຈາ​ໄມ​ກາ​ທີ່​ໄດ້​ຫຼຽນ​ຄຳ​ໂອ​ລິມ​ປິກ 3 ຫຼຽນ​ບໍ​ລິ​ຈາກ​ເງິນ​ໃຫ້​ເດັກ​ນ້ອຍ​ຢູ່​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄວ​ເສ​ສວນ

(GMT+08:00) 2008-08-24 14:37:48 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 23 ສິງຫາ​ນີ້, ທ້າວ​ຢູ​ເຊ​ນ ບອນທ໌ ນັກ​ກິລາຈາ​ໄມກາ​ທີ່​ໄດ້ຫຼຽນຄຳ​ໂອ​ລິ​ມປິກ 3 ຫຼຽນ​ແລະ​ໄດ້​ທຳລາຍ​ສະຖິຕິ​ໂລກ 3 ​ເທື່ອບໍລິຈາກ​ເງິນ​ 5 ໝື່ນ​ໂດ​ລາ​ຜ່ານ​ສະພາກາ​ແດງ​ຈີນໃຫ້​ເດັກນ້ອຍ​ຢູ່​ເຂດ​ປະສົບ​ໄພ​ແຜ່ນ​ດິນ​ໄວ​ເສ​ສວນ,​ເງິນ​ຈຳນວນ​ນີ້​ໃຊ້​ສຳລັບ​ຊ່ອຍ​ເຫຼືອ​ເດັກ​ນ້ອຍ​ຈີນ​ທີ່​ພິການ​ເຄິ່ງຄີງ​ສ່ວນ​ລຸ່ມ.

ມື້​ດຽວ​ກັນ, ຢູ່​ປັກ​ກິ່ງ, ທ້າວບອນ​ທ໌ ​ໄດ້​ໄປ​ຢ້ຽມຢາມ​ເດັກນ້ອຍ​ຈີນ 2 ຄົນທີ່​​ໄດ້ຮັບບາດ​ເຈັບ​ໃນ​ເຫດ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ, ​ແລະ​ໄດ້​​ເຊີນ​ເດັກນ້ອຍ​ຂອງ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ 6 ຄົນ​ໄປ​ທ່ຽວຈາ​ໄມ​ກາ​ໃນ​ປີໜ້າ.

ທ້າວບອນ​ທ໌ ຍັງ​ກ່າວ​ວ່າ, ​ເຖິງ​ວ່າ, ​ເວລາ​ທີ່​ລາວ​ຢູ່​ຈີນ​ບໍ່ດົນປານ​ໃດ, ​ແຕ່​ປະຊາຊົນ​ຈີນ​ທີ່​ໃຈ​ກວ້າງ​ຂວາງ​ໄດ້​​ໃຫ້​ຄວາ​ມອົບ​ອຸ່ນ​ດ້ານ​ຈິດ​ໃຈ​ແກ່ລາວ. ​ເມື່ອ​ຊິງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງຂັນ​ແລ່ນ 200 ​ແມັດ​ແລ້ວ, ຜູ້​ຊົມ 9 ໝື່ນ​ຄົນ​ຢູ່​ສະ​ໜາມ​ຮັງ​ນົກ​ຮ້ອງ​ເພງ​ສຸກ​ສັນ​ວັນ​ເກີດ​ໃຫ້​ລາວນັ້ນ, ຈະ​ກາຍ​ເປັນຄວາມ​ຊົງຈຳ​ທີ່​ລືມ​ບໍ່​ລົງ​ຕະຫຼອດ​ຊີວິດ​ຂອງ​ລາວ.

ທ້າວບອນທ໌ ​ຊິງ​ໄດ້​ຫຼຽນຄຳ 3 ຫຼຽນ​ໃນ​ການ​ແຂ່ງຂັນ​​ແລ່ນ​ 100 ​ແມັດ, 200 ​ແມັດເພດ​ຊາຍ, ​ແລະ​ການ​ແຂ່ງ​ຂັນ​ແລ່ນ​ຕໍ່​ໄມ້ 100 ​ແມັດ X 4​ ​ເພດ​ຊາຍ​ໃນ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>