ຄວາມ​ພະ​ຍາ​ຍາມ​ທີ່​ຈີນ​ທຸ້ມ​ເທ​ເຂົ້າ​ໃນ​ງານ​ໂອ​ລິມ​ປິກ​ແມ່ນ​ຄຸ້ມ​ຄ່າ

(GMT+08:00) 2008-08-24 15:35:27 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 24 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ຈີນ​ຈັດ​ງານ​ໂອ​ລິມ​ປິກ​ຄັ້ງ​ນີ້, ​ແມ່ນໄດ້​ອຳ​ນວຍ​ເວ​ທີ​ໃຫ້​ນັກ​ກິລາ​ສະ​ແດງ​ຄວາມ​ສາມ​າດ​ຂອງ​ຕົນ,​ທັງ​ໄດ້​ສະ​ແດງ​ໂສມ​ໜ້າ​ໃໝ່​ຂອງ​ຕົນ​ຕໍ່​ໂລກ.​ຄວາມ​ພະ​ຍາ​ຍາມ​ທີ່​ຈີນທຸ້ມ​ເທ​ເຂົ້າ​ໃນ​ງານ​ໂອ​ລິມ​ປິກ​ແມ່ນ​ຄຸ້ມ​ຄ່າ, ຈີນ​ກໍ່​ຮູ້​ສຶກ​ເພີງ​ພໍ​ໃຈ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ໂຣ​ເຊ​ເວດ ສ​ເກີ​ຣິດ ນາ​ຍົກ​ລັດ​ຖະ​ມົນຕີ​ໂດ​ມິ​ນິກ​ໃນ​ມື້​ດຽວ​ກັນ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, ​ໃນ​ໄລຍະ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ຈີນ​ໄດ້ຮັບ​ການ​ສະ​ໜັບ​ສະ​ໜູນ​​ໃນ​ທຸກ​ດ້ານ​ຈາກ​ປະ​ຊາ​ຄົມ​ໂລກ,​ຈີນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ເຫຼົ່ານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>