ທ່ານຣົກ​ເກກ່າວ​ວ່າ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ຝາກມໍລະ​ດົກທີ່​ເປັນ​ຮູບ​ປະ​ທຳ​ແລະ​ນາມ​ມະ​ທຳ

(GMT+08:00) 2008-08-24 16:17:17 cri
-----------------------------------------------------------------------------------------------------------------

ຕາມຂ່າວcri:ວັນ​ທີ24 ສິງຫາ​ນີ້,ທ່ານຊາກຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິມປິກສາກົນ​ກ່າວ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຝາກມໍລະດົກທີ່​ເປັນ​ຮູບ​ປະ​ທຳ​ແລະ​ນາມ​ທະ​ທຳ.

ມື້​ດຽວ​ກັນ,ຢູ່ສູນຂ່າວ​ໂອ​ລິ​ມ​ປິກປັກ​ກິ່ງ,ທ່ານ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ,ມໍລະດົກ​ທີ່​​ເປັນ​ຮູບປະ​ທຳ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ສະໜາມກິລາ​​ແລະ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ​ຈຳນວນຫຼວງ​ຫຼາຍ,ລວມທັງ​ສະໜາມ​ບິນ​ແລະ​ລົດ​ໄຟ​ໃຕ້​ດິນ​ເປັນ​ຕົ້ນ;​ແຕ່​ວ່າ​ໃນ​ມໍລະດົກ​​ເປັນ​ນາມ​ມະ​ທຳຍິ່ງມີ​ຫຼາຍ​,ສຳຄັນ​ທີ່​ສຸດ​ກໍ່​ແມ່ນ,​ໂດຍ​ຜ່ານ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້,ຈີນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ທົ່ວໂລກ,ຈີນ​ໄຂ​ປະຕູ​ສູ່​ພາຍ​ນອກ​ກວ່າ​ເກົ່າ,ຈີນ​ແລະ​ໂລກ​​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນຫຼາຍ​ກວ່າ​ເກົ່າ.ນອກ​ນີ້,ມໍລະດົກ​ທີ່​​ເປັນ​ນາມ​ມະ​ທຳຍັງ​ລວມທັງ:ຈິດ​ສຳນຶກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຄົນ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ຄວາມ​ຈູບ​ຈ້າວ​ຫ້າວຫັນຕໍ່​ກິລາ​ຂອງ​ຄົນ​ຈີນສູງ​ຂຶ້ນ.ລັດຖະບານ​ຈີນ​ໄດ້​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ກິລາ​ມວນ​ຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>