ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ອັດ​ລົງ​ໃນ​ຄືນ​ນີ້

(GMT+08:00) 2008-08-24 17:32:35 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ງານ​ໂອ​ລິ​ມປິກ​ຄັ້ງ​ທີ29ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ຈະ​ຈັດ​ພິທີ​ອັດໃນ​ຄືນ ​ນີ້,ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ໄດ້​ສ້າງ​ສະຖິຕິ​ໃໝ່​ຂອງ​ງານ​ໂລ​ອິມປິກ​ໃນ​ຫຼາຍ​ດ້ານ​ຄື​ຈຳນວນ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມາເຂົ້າ​ຮ່ວມ,ຈຳນວນ​ສະຖິຕິ​ໂລກ​ທີ່​ຖືກ​ທຳລາຍ,ຈຳນວນ​ເວລາ​ຖ່າຍ​ທອດ​ສົດ,ຈຳນວນ​ຜູ່​ຊົມໂທລະພາບ​ທົ່ວ​ໂລກ​ເປັນ​ຕົ້ນ.

ໃນ​ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້,ມີນັກ​ກິລາ​ແລະ​ທີ​ມກິລາ​ທີ່​ໄດ້​ຫຼຽນ​ມາ​ຈາກ80ປະ​ເທ​ດ​ແລະ​​ເຂດ​ແຄວ້ນ,​ໃນຄັ້ງ​ກ່ອນມີ​ພຽງ75ປະ​ເທດ​ແລະ​ເຂດ​ແຄວ້ນ,ສະ​ແດງ​ໃຫ້​ເຫັນ​ວ່າການ​ພັດທະນາ​ຄວາມ​ສາມາດ​ຂອງ​ນັກ​ກິລາ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ສູງ​ຂຶ້ນ.

ໃນຕາຕະລາງ​ຫຼຽນ​ຄຳ,ຈີນ​​ໄດ້ເປັນທີ​ໜຶ່ງ​ເທື່ອ​ທຳ​ອິດ,ອາ​ເມ​ລິ​ກາ​​ເປັນ​ທີ2ແລະຣັດ​ເຊຍ​​ເປັນ​ທີ3,​ແຕ່ຖ້າ​ລວມຫຼຽນ​ທັງ​ໝົດ,ອາ​ເມ​ລິ​ກາ​ຍັງ​ເປັນ​ທີ1.

ນີ້​ແມ່ນ​ງານ​ກິລາ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ທົ່ວ​ໂລກ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ​ເປັນ​ເທື່ອ​ທຳ​ອິດ.​ໃນ​ພິທີ​ອັດ​ທີ່​ຈັດ​ຂຶ້ນ​ໃນຄືນນີ້,ລອນ​ດອນ​ເຊິ່ງ​ເປັນ​ເມືອງ​ທີ່​ຈຳ​ເປັນ​ເຈົ້າພາບ​ຄັ້ງ​ຕໍ່​ໄປ​ຈະ​ຮັບ​ທຸງ​ໂອ​ລິມ​ປິກ.

ພາຍຫຼັງ​ຂ່າວ​ທ່ານ​ຈະ​ໄດ້​ຟັງລາຍ​ງານ​ພິ​ເສດ​ງານ​ໂລ​ລິ​ມປິກ​,​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>