ສື່​ມວນ​ຊົນ​ຟີ​ລິບ​ປິນ​ເຫັນ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂຽນ​ໜ້າ​ປະຫວັດສາດ​ທີ່​ສະຫງ່າ​ງາມ

(GMT+08:00) 2008-08-24 18:54:47 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ24​ສິງຫາ​ນີ້,ສື່​ມວນ​ຊົນ​ຫຼາຍ​ສຳນັກ​ຂອງ​ຟີ​ລິບ​ປິນ​ໄດ້​ເຜີຍ​ແຜ່​ບົດ​ຄວາມເພື່ອ​ອວຍ​ພອນ​ງານ​ກິລາ​ໂອ​ລິ​ມປິກຄັ້ງ​ທີ29ປັກ​ກິ່ງທີ່​ຈະ​ອັດງານ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ,​ແລະ​ຍ້ອງຍໍ​ວ່າ​ປັກ​ກິ່ງ​ໄດ້​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ່​ສະຫງ່າ​ງາມ​ທີ່​ສຸດ​ໃນ​ປະ​ຫວັດ​ກິ​ລາ​ໂອ​ລິ​ມປິກ​ຍຸກ​​ໃໝ່.

 ໜັງສືພິມ​ຊື້​ເຈ​ຢື້​ປ້າວ ທີ່​ເປັນ​ໜັງສືພິມ​ພາສາ​ຈີນ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ຂອງ​ຟີ​ລິບ​ປິນ​ໄດ້​ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ,​ໃນ​ເຄິ່ງ​ເດືອນ​ມາ​ນີ້,ປັກ​ກິ່ງ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ປະຈັກ​ຕາ​ຊາວ​ໂລກ.​ເລື່ອງ​ຈິງ​ໄດ້​ຢັ້ນຢືນ​ໃຫ້​ເຫັນ​ວ່າ,ປັກ​ກິ່ງ​ບໍ່​ໄດ້​ເຮັດ​ໃຫ້​ ຜິດ​ຫວັງ,ປັກ​ກິ່ງ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​​ແລະ​ເຮັດ​ໃຫ້ຄຳ​ໝັ້ນ​ສັນຍາ​ບັນລຸ​ຜົນ​ເປັນ​ຈິງ,​ໄດ້​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ່​ສະຫງ່າ​ງາມ​ທີ່​ສຸດ​ໃນ​ປະຫວັດສາດ.

   ​ໂທລະພາບGMAຟີ​ລິບ​ປິ​ນວິຈານ​ວ່າ,​ເຖິງ​ວ່ຍັງ​ມີ​ການ​ແຂ່ງຂັນ​ມື້​ສຸດ​ທ້າຍ​ກໍ່ຕາມ,​ແຕ່​ຈີນ​ໄດ້​ເປັນອັນ​ດັບ​ທີ1​ໃນ​ຕາຕະລາງ​ຫຼຽນຄຳ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ຢ່າງ​​ແນ່ນອນ​ແລ້ວ.ບົດ​ວິຈານ​ຂຽນ​ວ່າ,ປະຊາຊົນ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຜົນສຳ​ເລັດ​ນີ້,ຈີນສົມ​ແລ້ວ​ທີ່​ຈະໄດ້​ຮັບ​ກຽດ​ສັກ​ສີ​ດັ່ງ​ກ່າວ​ໂດຍ​ບໍ່ຕ້ອງ​ສົງ​ໃສ​ເລີຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>