ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ລັດຖະບານ​ຈີນ​ຊົມ​ເຊີຍ​ຄະນະ​ນັກ​ກິລາ​ຈີນທີ່​ໄດ້ຜົນ​ງານ​ດີ​ເດັ່ນ

(GMT+08:00) 2008-08-24 22:21:32 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ 24 ສີ​ງຫາ​ນີ້, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ລັດຖະບານ​ຈີນ​ຝາກ​ຈົດໝາຍ​​ໃຫ້​ຄະນະ​ນັກ​ກິລາ​ຈີນ​ທີ່​ເຂົ້າຮ໋ວມງານ​ກິລາໂອ​ລິ​ມປິກ​ຄັ້ງ​ທີ 29, ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງອົບ​ອຸ່ນ​​ແລະ​​ຖາມ​ຂ່າວ​ຢ່າງ​ສະໜິດສະໜົມຕໍ່​ຄະນະ​ນັກ​ກິລາ​ຈີນ​ທີ່​ໄດ້​ຮັບ​ຜົນງານ​ອັນ​ມີກຽດ​ຢ່າງ​​ໃຫຍ່ຫຼວງ​ໃຫ້​ປະ​ເທດ​ຊາດ​ແລະ​ປະຊາຊົນ.

ຈົດໝາຍ​ຊົມ​ເຊີຍ​ຂຽນ​ວ່າ, ​ໃນ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້​, ນັກ​ກິລາ​ຈີນ​ໄດ້​ຫຼຽນ​ຄຳ 51 ຫຼຽນ, ຫຼຽນ​ເງິນ 21 ຫຼຽນ​ແລະ​ຫຼຽນ​ທອງ 28 ຫຼຽນ, ​ຢູ່​ໃນ​ອັນ​ດັບ​ທີ່​ໄດ້ຫຼຽນ​ຄຳຫຼາຍ​ທີ່​ໜຶ່ງ, ​ໄດ້​ສ້າງ​ຜົນງານ​ດີ​ທີ່​ສຸດແຕ່​ຄະນະ​ນັກ​ກິລາ​ຈີນ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ມາ​ນີ້, ​ໄດ້​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ການ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ງານ​ໂອ​ລິ​ມປິກ​​ທີ່​ມີ​ສີສັນ​ພິ​ເສດ​ແລະ​ລະດັບ​ສູງ.

ຈົດໝາຍ​ຊົມ​ເຊີຍ​ຂຽນ​ວ່າ, ນັກ​ກິລາ​ຈີນກັບ​ນັກ​ກິລາ​ທີ່ມາ​ຈາກ​ປະ​ເທດ​ຕ່າງໆ​​ໃນ​ໂລກ​​ໄດ້​ແລກ​ປ່ຽນ​ວິ​ຊາ​ກິ​ລາ, ຍົກ​​ລະດັບ​ການ​ແຂ່ງຂັນ​ໃຫ້​ສູງ​ຂຶ້ນ​ແລະ​ເພີ່ມ​ມິດ​ຕະ​ພາບ​ຊິ່ງ​ກັນ​ແລະ​ກັນ, ​ໄດ້​​ປະ​ກອບ​ສ່ວນ​ໃໝ່​ເພື່ອ​ຊຸກຍູ້​ຄວາມ​ເຂົ້າ​ໃຈກັນ​​​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ໃນ​ໂລກ.​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>