ການບິນ​ພົນລະ​ເຮືອນ​ຈີນ​ເຂົ້າ​ສູ່​ໄລຍະ​ປະຕິບັດ​ໜ້າ​ທີ່​ຢ່າງ​ເຕັມທີ່​ຕ້ອນຮັບງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ

(GMT+08:00) 2008-08-25 18:51:34 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ24​ສິງຫາ​ນີ້,ຄຽງ​ຄູ່​ກັບ​ນັກ​ກິລາ​ແລະ​ແຂກ​ຜູ່​ມີ​ກຽດ​ຂອງ​ປະ​ເທດ​ຕ່າງໆ​ກັບ​ຄືນ​ປະ​ເທດ,ວຽກ​ງານ​ກຽມ​ຮັບ​ຕ້ອນງານ​ກິລາ​ໂອ​ລິ​ມຄົນພິການຂອງ​ ການ​ບິນ​ພົນລະ​ເຮືອນ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ປະຕິບັດ​ໜ້າ​ທີ່​ຢ່າງ​ເຕັມທີ່.

ເຈົ້າ​ໜ້າ​ທີ່​ພະ​ແນ​ກຄຸ້ມ​ຄອງ​ການບິນ​ຂອງ​ກົມ​ການບິນ​ພົນລະ​ເຮືອນ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ເລີ່​ມ​ແຕ່​ວັນ​ທີ24​ສິງຫາ​ນີ້​ເປັນ​ຕົ້ນ​ໄປ,ຖ້ຽວ​ບິນ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ທີ່​ມາ​ລົງ​ສະໜາມ​ບິນ​ສາກົນ​ນະຄອນຫຼວງ​ປັກ​ກິ່ງຈະ​ຄ່ອຍໆ​ເພີ່ມ​ ​ຂຶ້ນ,ພະນັກງານ​ແລະ​ນັກ​ກິລາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ເລີ່​ມ​ເດີນທາງ​ມາ​ຮອດ.ສູນ​ບັນຊາ​ການ​ຄຸ້ມ​ຄອງ​ການບິນ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ ອອກ​ແຮງ​ສຸດ​ຂີດ​ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ອາກາດ.

ນອກ​ນີ້,​ເລີ່​ມ​ແຕ່​ວັນ​ທີ23​ຫາ​ວັນ​ທີ27​ສິງຫາ​ນີ້,ອາສາ​ສະໝັກ​ງານ​ກິລາ​ໂອ​ລິ​ມປັກ​ຄົນ​ພິ​ການ​200​ຄົນ​ທີ່​ເຮັດ​ວຽກ​ຢູ່​ສະໜາມ​ບິນ​ສາກົນ​ນະຄອນຫຼວງ​ປັກ​ກິ່ງ​ຈະ​ຮັບ​ການ​ອົບ​ຮົບ ​ດ້ານ​ມາ​ລະ​ຍາດ​ການ​ບໍລິການ,ຄວາມ​ປອດ​ໄພ​ດ້ານ​ສະ​ໜາມ​ບິນ​ແລະ​ອື່ນໆ,​ເພື່ອ​ຍົກ​ລະດັບ​ການ​ບໍລິການ​ໃຫ້​ສູງ​ຂຶ້ນ,ຮັບ​ມື​ກັບ​ໄລຍະ​ທີ່ມີ​ນັກ​ກິລາ​ງານ​ກິລາ​ໂອ​ລິ​ມປິກຄົນ​ພິການ​ຫຼາຍ​ທີ່ສຸດທີ່​ຈະ​ມາ​ເຖິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>