ສື່​ມວນ​ຊົນ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ຕີ​ລາ​ຄາ​ສູງ​ຕໍ່​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-25 19:18:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວCRI:ຕອນ​ຄ່ຳ​ວັນ​ທີ24 ສິງຫາ​ນີ້, ພິທີ​ອັດ​ງານ​ໂອ​ລິມ​ປິກ​ຄັ້ງ​ທີ​29​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.​ສື່​ມວນ​ຊົນ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ຕໍ່​ງານ​ໂອ​ລິມ​ປິກ​ປັກ​ກິ່ງ,ແລະ​ຊົມ​ເຊີຍ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​​ເລັດ.

ໂທລະພາບຊອງ1​ຂອງ​ບໍລິສັດ​ກະຈາຍສຽງ​ເຄນ​ຢາ​ໄດ້​ຖ່າຍ​ທອດ​ສົດ​ພິທີ​ອັດ​ງານ​ໃນ​ຄືນ​ວັນ​ທີ​24​ສິງ​ຫາ​ນີ້. ທ່ານ​ມິ​ວ​ໂທນ ນາ​ຢາ​ຄຸນ​ດີ ຜູ້​ບັນ​ຍາຍ​ການ​ຖ່າຍ​ທອດ​ໄດ້​ຍ້ອງ​ຍໍ​ພິ​ທີ​ອັດ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ທີ່​ໄດ້​ອອກ​ແບບ​ຢ່າງ​ສະ​ຫຼາດ ໃຫຍ່​ໂຕ​ມະ​ໂຫ​ລານ,​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​​ຕ່າງໆ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ກົມ​ກຽວ​ກັນ​ແລະ​ເປັນ​ເອ​ກະ​ພາບ​ກັນ​ແຕ່​ສະ​ໄຫມ​ບູ​ຮານ​ຮອດ​ປະ​ຈຸ​ບັນ,​ພິ​ທີ​ອັດ​ງານ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເຕັດ​ເຕັມ​ຫນ່ວຍ​ກວ່າ​ເກົ່າ.​ຢູ່​ອາ​ເມ​ລິ​ກາ,​ບໍ​ລິ​ສັດ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ​ຫຼື​NBCທີ່​ມີ​ສິດ​ຖ່າຍ​ທອດ​ໂອ​ລິ​ມປິກ​ແຕ່​ຜູ້​ດຽວ​ໄດ້​ເລື່ອນ​ເວລາ​ຖ່າຍ​ທອດ​ສົດ​ຂອງ​ພິ​ທີ​ອັດ​ງານ​12​ຊົ່ວ​ໂມງ​ຍ້ອນ​ພິ​ຈາ​ລະ​ນາ​ເຖິງ​ອັດ​ຕາ​ຈຳ​ນວນ​ຄົນ​ທີ່​ເບິ່ງ​ລາຍ​ການ,​ແລ້ວ​ອອກ​ລາຍ ການ​ໃນ​ໄລ​ຍະ​ທີ່​ມີ​ຜູ່​ຊົມ​ຫຼາຍ​ທີ່​ສຸດ.​ນັກ​ກິ​ລາ​ອາ​ເມ​ລິ​ກາ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ ນັ້ນ​ລ້ວນ​ແຕ່​ກ່າວ​ວ່າ,​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​​ຫນ້າ​ຊົມ​ຫຼາຍ​ແລະ​ລືມ​ຍາກ.

ສື່​ມວນ​ຊົນ​ສຳຄັນ​ຂອງ​ປະ​ເທດ​​ອາຊີ​ແລະ​ເອີ​ລົບ​ຕ່າງໆ​ເຊັ່ນ:​ສ.​ເກົາ​ຫຼີ ​ໄທ ສິງ​ກະ​ໂປ​ ຣັດ​ເຊຍ ​ເຢຍລະ​ມັນ​ແລະ​ໂອ​ຕຼິສ​ເປັນ​ຕົ້ນ​ກໍ​ລ້ວນ​ແຕ່​​ອອກ​ບົດ​ຄວາມ,​ຍ້ອງ​ຍໍ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເຕັດ​ເຕັມ​ຫນ່ວຍ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>