ແຈ້ງ​ຂ່າວ​ສະພາບ​ການ​ຕ້ານ​ແລະ​ກູ້​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວິ້ນຊ່ວນ​ແຂວງ​ເສ​ສວນ

(GMT+08:00) 2008-08-25 20:36:35 cri
-----------------------------------------------------------------------------------------------------------------

ຕາມ​ຂ່າ​ວສານ​ຊິນ​ຮວາ: ວັນ​ທີ 25 ສີ​ງຫາ​ນີ້​​, ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​ແຈ້​ງຂ່າວ​ວ່າ:

ຕາມ​ລາຍ​ງານ​ຂອງ​ກະຊວງ​ວຽກ​ງານປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ, ນັບ​ມາ​ຮອດ​ເວລາ 12 ​ໂມງ​ວັນ​ທີ 25 ສີ​ງຫາ​ນີ້ຕາມ​ເວລາ​ປັກ​ກິ່ງ, ​ໃນ​ໄພ​ແຜ່ນດິນ​ໄຫວ​ເວິ້ນຊ່ວນ​ແຂວງ​ເສ​ສວນ​ມີ 69226 ຄົນ​ເສຍ​ຊິວິດ, 3​ແສນ 7 ໝື່ນ​ກວ່າ​ຄົນ​ບາດ​ເຈັບ​ແລະ 17923 ຄົນ​ຫາຍ​ສາບ​ສູນ.

ຕາມ​ລາຍ​ງານ​ຂອງ​ກະຊວງ​ການ​ເງິນ​ຈີນ, ນັບ​ມາ​ຮອດ​ເວ​ລາ 12 ​ໂມງວັນ​ທີ 25 ສີງຫາ​ນີ້, ອົງການ​ປົກຄອງທຸກ​ຂັ້ນ​ໄດ້​ໃຊ້​ງົບປະມານກູ້​ໄພ​ແຜ່ນດິນ​ໄຫວ 67 ຕື້ກວ່າ​​ຢວນ.

ນັບ​ມາ​ຮອດ​ເວລາ 12 ​ໂມງ​ວັນ​ທີ 25 ສີ​ງຫາ​ນີ້, ທົ່ວ​ປະ​ເທດ​​ໄດ້​ຮັບ​ເງິນ​​ແລະ​ເຄື່ອງ​ຂອງ​ຊ່ອຍ​ເຫຼືອ​ຈາກ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເປັນ​ມູນ​ຄ່າ 59 ຕື້ 200 ກວ່າ​ລ້ານ​ຢວນ, ​ໄດ້​​ເບີ​ກ​ໃຫ້​ເຂດ​ປະສົບ​ໄພ​ແລ້ວ 25 ຕື້ 300 ກວ່າ​ລ້ານ​ຢວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>