ປັກ​ກິ່ງ​ຈະອອກ​ແຮງ​ເຮັດ​ວຽກ​ກະ​ກຽມ​ງານ​ກິລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ໃຫ້​ດີ

(GMT+08:00) 2008-08-26 15:41:34 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,​ເນື່ອງ​ໃນ​ໂອກາດ​ທີ່​ນັບ​ໄປ​ຮອດມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ຍັງ​ເຫຼືອ​ພຽງ​ແຕ່11ວັນ,​ໃນ​ກອງ​ປ​ະຊຸມ​ລະດົມ​ເຮັດວຽກ​ຈັດ​ງານກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ26​ສິງຫາ​ນີ້,ທ່ານ​ລິວ​ສີ ປະທານ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,ຕ້ອງ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ ​ເຮັດ​ວຽກ​ກະກຽມ​ທຸກ​ດ້ານ​ເພື່ອຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ໃຫ້​ດີ.

ທ່ານລິວ​ສີ​ກ່າວ​ວ່າ,ຕ້ອງ​ເຮັດ​ວຽກ​ຮັບ​ຕ້ອນ​ສະມາຊິກ​ມະຫາ​ຄອບຄົວ​ໂອ​ລິ​ມປິກ​ຄົນ​ພິການ​ແລະ​ແຂກ​ເມືອງຢ່າງ​ມີລະດັບ​ສູງ​,ຮັບປະກັນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ,ໜ້າ​ຊົມ​ແລະ​ສຳ​ເລັດ​ຜົນ,​ເຮັດ​ໃຫ້​ປະຊາ​ຄົມ​ໂລກ,ນັກ​ກິລາປະ​ເທດ​ຕ່າງໆ​ແລະ​ປະຊາຊົນ​ເພິ່ງ​ພໍ​ໃຈ.

ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ2008​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ6​ເດືອນ​ໜ້າ,ຮອດ​ເວລາ​ນັ້ນ​ຈະ​ມີ​ນັກ​ກິລາ4000​ກວ່າ​ຄົນ​ຈາກ​ເກືອບ​150ປະ​ເທດ​ແລະ​ເຂດ​ແຄວ້ນມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>