ບຸກຄົນ​ທີ່​ມີ​ຊື່ສ​ຽງສາກົນ​ແລະ​ຜູ້ນຳ​ຕ່າງປະ​ເທດຈຳນວນ​ໜຶ່ງ​​ຊົມ​ເຊີຍ​ຈີນ​ຈັດ​ງານ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2008-08-26 16:43:34 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ບຸກຄົນ​ທີ່​ມີ​ຊື່ສ​ຽງສາກົນ​ແລະ​ຜູ້ນຳ​ຕ່າງປະ​ເທດຈຳ ນວນ​ໜຶ່ງສືບ​ຕໍ່​ຊົມ​ເຊີຍ​ຈີນ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ​ດ້ວຍ​​ຫຼາ​ຍຮູບ​ການ.

ວັນ​ທີ 25 ສີ​ງຫາ​ນີ້, ທ່ານ​ປານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອ​ກຖະ​ແຫຼ​ງການ​ວ່າ, ລັດຖະບານ​ແລະ​ປະຊາຊົນ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ທີ່​ບໍ່​ເຄີຍ​ມີ​ເພື່ອ​ຈັດ​ງາ​ນ​ໂອ​ລິມປິກ​ປັກ​ກິ່ງ, ພ້ອມ​ກັນ​ນັ້ນ​ກໍ​ໄດ້ຮັບ"ຜົນສຳ​ເລັດ​ທີ່​ບໍ່​​ເຄີຍ​ມີ"ມາ​ກ່ອນ. ທ່ານ​ຍັງ​ກ່າວ​ວ່າ, ງານ​ໂອ​ລິ​ມປິກ​ເທື່ອ​ນີ້​ໄດ້​ເພີ່ມ​ການ​ສົນທະນາ​ກັນ​ໃນປະຊາ​ຄົມ​ໂລກ, ​ແລະ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ​ແລ້ວ​ໄດ້​ສ້າງ​ໂອກາດ​ສຳຄັນ​ເພື່ອ​ຊຸກຍູ້​ສັນຕິພາບ​ແລະຄວາມ​ກົມກຽວ​ກັນ​ຂອງ​ໂລກ.

ກ່ອນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ອັດ​ລົງ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ​ແມັກ​ຊິກ, ທ່ານ​ອັນ​ໂທ​ນີ​ໂອ ຊາ​ມາ​ລັນ​ສ໌ ປະທານ​ກິ​ດຕິ​ມະ​ສັກ​ຕະຫຼອດ​ຊີວິດ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນກ່າວ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ໂອ​ລິ​ມປິກ​ທີ່​ດີ​ທີ່​ສຸດ​ທີ່​ທ່ານ​ເຄີຍ​ເຫັນ, ​ແມ່ນງານ​ໂອ​ລິ​ມປິກ"ທີ່​ບໍ່​ທຳ​ມະ​ດາ"​ເທື່ອ​ໜຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>