ອາຊຽນຈະສືບຕໍ່ຊຸກຍູ້ການຄ້າເສລີຫຼາຍຝ່າຍ
(GMT+08:00) 2008-08-26 18:37:02 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ວັນທີ 26 ສິງຫານີ້,ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 40 ແລະກອງປະຊຸມທີ່ກ່ຽວຂ້ອງຕ່າງໆໄດ້ໄຂຂຶ້ນຢູ່ສິງກະໂປ.ໃນພິທີໄຂ,ທ່ານລີຊຽນລູງ ນາຍົກລັດຖະມົນຕີສິງກະໂປກ່າວວ່າ,ອາຊຽນຈະສືບຕໍ່ຊຸກຍູ້ລະບົບການຄ້າເສລີຫຼາຍຝ່າຍ.
ທ່ານລີຊຽນລູງກ່າວເນັ້ນວ່າ:
"ອາຊຽນຄວນສືບຕໍ່ເຊື່ອມໂຍງເສດຖະກິດເຂົ້າກັນເສລີ.ຈຸດປະສົງຂອງພວກເຮົາບໍ່ແມ່ນສ້າງກຸ່ມການຄ້າກຸ່ມໜຶ່ງ,ຫາກແມ່ນໄຂປະຕູຂອງພາກພື້ນຕໍ່ພາຍນອກ,ໃຊ້ວິທີຮັບເອົາຫຼາຍດ້ານ.ພວກເຮົາຄວນຢືນຢັນວ່າ,ການໄຂປະຕູດ້ານເສດຖະກິດສາມາດໄດ້ຮັບຜົນປະໂຫຍດຕົວຈິງ,ຮັກສາທ່າອຽງຂອງການຄ້າເສລີທົ່ວໂລກດ້ວຍຮູບການທີ່ຜ່ອນສັ້ນຜ່ອນຍາວ."
ໃນກອງປະຊຸມທີ່ດຳເນີນມາເປັນເວລາ 4 ວັນ,ລັດຖະມົນຕີເສດຖະກິດທີ່ມາຈາກ 10 ປະເທດສະມາຊິກຂອງອາຊຽນຈະຫາລືກ່ຽວກັບບັນຫາຫັນອາຊຽນເປັນເອກະພາບກັນ.ບັນດາລັດຖະມົນຕີຈະເຈາະຈົງຫາລືບັນຫາອາຊຽນຈະເຮັດແນວໃດເພື່ອໃຫ້ສາມາດບັນລຸຄາດໝາຍສ້າງປະຊາຄົມເສດຖະກິດອາຊຽນໃນປີ 2015,ແລະລົງເລິກຄົ້ນຄວ້າຄວາມຄືບໜ້າຂອງການປະຕິບັດ"ແຜນສ້າງປະຊາຄົມເສດຖະກິດອາຊຽນ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ