ນາຍົກລັດຖະມົນຕີໄທອອກຄຳສັ່ງຈັບຕົວຜູ່ນຳ5ຄົນຂອງພັນທະມິດປະຊາຊົນເພື່ອປະຊາທິປະໄຕ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ,ວັນທີ26ສິງຫານີ້,ທ່ານສະໝັກ ສຸນທໍລະເວດນາຍົກລັດຖະມົນຕີໄທກ່າວວ່າ,ທ່ານໄດ້ອອກຄຳສັ່ງໃຫ້ຈັບຕົວຜູ່ນຳ5ຄົນຂອງພັນທະມິດປະຊາຊົນເພື່ອປະຊາທິປະໄຕ ທີ່ນຳພາຜູ່ເຂົ້າຮ່ວມການປະທ້ວງບຸກແລະຍຶດຄອງອົງການລັດຖະບານ.
ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນມື້ດຽວກັນ,ທ່ານສະໝັກຍັງກ່າວວ່າ,ມີຜູ່ສະແດງກຳລັງ85ຄົນຖືກຕຳຫຼວດຈັບຕົວແລະກັກຂັງແລ້ວ.ເຂົາເຈົ້າຖືກກ່າວຟ້ອງວ່າໄດ້ໃຊ້ຄວາມຮຸນແຮງໂຈມຕີແລະຍຶດຄອງ ໂທລະພາບແຫ່ງຊາດໄທໃນຕອນເຊົ້າວັນທີ26ສິງຫານີ້.
ວັນທີ26ສິງຫານີ້,ຜູ່ສະໜັບສະໜູນພັນທະມິດປະຊາຊົນເພື່ອປະຊາທິປະໄຕ1ໝື່ນກວ່າຄົນໄດ້ເດີນຂະບວນປະທ້ວງລັດຖະບານຢ່າງຂະໜາດໃຫຍ່ຢູ່ນະຄອນຫຼວງບາງກອກ,ເຈດຕະນາຢາກບັງຄັບໃຫ້ລັດຖະບານທີ່ນຳໂດຍທ່ານສະໝັກລາອອກຈາກຕຳແໜ່ງ.ຜູ່ເຂົ້າຮ່ວມການປະທ້ວງໄດ້ບຸກເຂົ້າສຳນັກນາຍົກລັດຖະມົນຕີ,ກະຊວງສຶກສາທິການ,ກະຊວງຄົມມະນາຄົມ,ກະຊວງກະສິກຳແລະກະຊວງການເງິນ,ພ້ອມທັງຍຶດຄອງສະຖານີໂທລະພາບແຫ່ງຊາດໄທ.ການເຄື່ອນໄຫວປະທ້ວງເຮັດໃຫ້ຄົມມະນາຄົມຂອງຖະໜົນຫຼາຍເສັ້ນຢູ່ເທດສະບານເມືອງບາງກອກຂາດໄປ,ໂຮງຮຽນແລະອົງການລັດຖະບານທີ່ຢູ່ອ້ອມແອ້ມສຳນັກນາຍົກລັດຖະມົນຕີເຊົາຮຽນແລະເຊົາເຮັດວຽກທັງໝົດ.