ກອງປະຊຸມປຶກສາຫາລືຂອງລັດຖະມົນຕີເສດຖະກິດຈີນອາຊຽນຄັ້ງທີ7ຈັດຂຶ້ນຢູ່ສິງກະໂປ
(GMT+08:00) 2008-08-28 17:40:52 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ, ກອງປະຊຸມປຶກສາຫາລືຂອງລັດຖະມົນຕີເສດຖະກິດຈີນອາຊຽນຄັ້ງທີ7ຈັດຂຶ້ນຢູ່ສິງກະໂປໃນວັນທີ27ສິງຫານີ້.ສອງຝ່າຍໄດ້ປຶກສາຫາລືບັນຫາຕ່າງໆເຊັ່ນບັນຫາທົ່ວໂລກແລະພາກພື້ນໂດຍສະເພາະແມ່ນບັນຫາສັນຍາການຄ້າສິນຄ້າແລະສັນຍາການລົງທຶນທີ່ກ່ຽວຂ້ອງກັບສັນຍາຂອບການຮ່ວມມືດ້ານເສດຖະກິດຢ່າງກວ້າງຂວາງລະຫວ່າງຈີນກັບອາຊຽນເປັນຕົ້ນ.
ຖະແຫຼງການຮ່ວມຂອງສອງຝ່າຍກ່າວວ່າ,ລັດຖະມົນຕີບັນດາທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການເຈລະຈາສັນຍາການລົງທຶນຈີນ-ອາຊຽນໄດ້ມີຄວາມຄືບໜ້າຕົວຈິງ,ແລະເນັ້ນໜັກຄວາມສຳເຄັນຂອງການສຳເລັດສັນຍາດັ່ງກ່າວກ່ອນກອງປະຊຸມຜູ່ນຳຈີນ-ອາຊຽນທີ່ຈະໄຂຂຶ້ນໃນເດືອນທັນວາປີນີ້.
ຖະແຫຼງການກ່າວວ່າ,ບັນດາລັດຖະມົນຕີຍັງໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຮັບຄວາມຄືບໜ້າໃນການເຈລະຈາໄລຍະສຸດທ້າຍຂອງບົດບັນທຶກຄວາມເຂົ້າໃຈກ່ຽວກັບຊັບສິນທາງປັນຍາແລະບົດບັນທຶກຄວາມເຂົ້າໃຈກັນກ່ຽວກັບກຳແພງເຕັກນິກການຄ້າ,ແລະຫວັງບົດບັນທຶກຄວາມເຂົ້າໃຈສອງສະບັບນີ້ຈະເຊັນກັນໃນໄລຍະກອງປະຊຸມຜູ່ນຳຈີນ-ອາຊຽນທີ່ຈະຈັດຂຶ້ນໃນເດືອນທັນວາປີນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ