ບຸກຄົນ​ສາກົນ​ຍ້ອງຍໍ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-29 17:23:08 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI, ​ໃນ​ຫຼາຍ​ມື້​ມາ​ນີ້, ບຸກຄົນ​ການ​ເມືອງ​ແລະ​ວົງ​ການ​ກິລາສາກົນ​ຈຳນວນ​ໜຶ່ງ​ໄດ້​ຍ້ອງຍໍ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ.


ວັນ​ທີ28​ສິງຫາ​ນີ້, ທ່ານ​ຈູ​ລີ​ໂອ ​ໂຄ​​ໂບສ ຮອງ​ປະທານາ​ທິບໍດີ​ອັກ​ຊັງ​ຕິນຝາກ​ໂທລະ​ເລກ​ໄປ​ຍັງ​ທ່ານ​ເຈິ່ງ​ກ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັກ​ຊັງ​ຕິນ ​ໂດຍ​ກ່າວວ່າ, ພິທີ​ໄຂ​ແລະ​ພິທີ​ອັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ທີ່​ໂລດ​ໂຜນ​ໄດ້​ເຮັດ​ໃຫ້​ຊາວ​ໂລກ​ລາຍ​ຫູລາ​ຍຕາ, ວຽກ​ງານ​ຈັດ​ຕັ້ງການ​ແຂ່ງຂັນ​ຕ່າງໆ​ກໍ​ຈົບງາມ​ທີ່​ສຸດ.


ວັນ​ທີ28​ສິງຫາ​ນີ້, ທ່ານ​ເກ​ດີ​ມີນາ​ສ ​ເຄຍຄີ​ລາສ ນາຍົກ​ລັດ​ຖະມົນຕີລີຕົວນີທີ່​ໄດ້​ຊົມ​ງານ​ໂອ​ລິ​ມປິກ​ແລ້ວ​ກັບ​ຄືນ​ປະ​ເທດ, ​ເມື່ອ​ທ່ານ​ໄປ​ເປັນ​ແຂກ​ຢູ່​ສະຖານທູດ​ຈີນ​ປະຈຳ​ລີ​ຕົວ​ນີຕາມ​ຄຳ​ເຊີນ, ທ່ານ​ໄດ້​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ຕົນ​ທີ່​ມີ​ຕໍ່​ງານ​ໂອ​ລິ​ມ ປິກ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ຈີນ​ຫຼາຍ​ກວ່າ​ເກົ່າ, ​ໄດ້ປ່ຽນ​ແປງ​ພາບ​ປະ​ທັບ​ໃຈ​ຂອງ​ຫຼາຍ​ຄົນ​ທີ່​ມີ​ຕໍ່​ຈີນ.


ວັນ​ທີ28​ສິງຫາ​ນີ້, ທ່ານ​​ໂທ​ມາສ ​ແຮນ​ດຼິກ ອີ​ວິສ ປະທານາທິບໍດີແອັສ​ໂຕ​ນີຮັບ​ເອົາ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ຮວງ​ຈົ່ງ​ໂພ ​ເອກ​ອັກຄະ​ລັດ​ຖະທູດ​ຜູ້​ໃໝ່ຂອງຈີນ​ປະຈຳ​ແອັສ​ໂຕ​ນີ, ທ່ານ​ຊົມ​ເຊີຍ​ງານ​ໂອ​ລິ​ມປິກ​ໄດ້​ຮັບ​ຜົນສຳ​ເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ, ​ແລະ​ອວຍພອນ​ໃຫ້​ງານ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ກໍ່​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຄື​ກັນ.


ວັນ​ທີ28​ສິງຫາ​ນີ້, ​ໃນ​ເວລາ​ສະ​ມາ​ຊິກ​ຈຳນວນ​ໜຶ່ງ​ຂອງ​ຄະນະ​ນັກ​ກິລາ​ປາ​ເລັດ​ສຕິນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໄດ້​ກ່າວ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ມະຫັດສະຈັນ​ທີ່​ລອກ​ແບບ​ຍາກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>