ຫາງ​ສຽງ​ຕ່າງປະ​ເທດ​ຍ້ອງ​ຍໍ​ງານ​ໂອ​ລິມ​ປິກ​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ

(GMT+08:00) 2008-08-29 17:28:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ຫຼາຍມື້​ມາ​ນີ້, ສື່ມວນ​ຊົນ​ແລະ​ນັກ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ​ປາ​ນາມາ ປູ​ກີ​ນາ​ຟາ​ໂຊແລະ​ກຳ​ປູ​ເຈຍ​ເປັນຕົ້ນສືບ​ຕໍ່​ພິມ​ບົດ​ວິຈານ​, ບົດ​ຄວາມ​ແລະ​ຄວາມ​ຮູ້ສຶກ, ຍ້ອງຍໍ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ສຳ​ເລັດຜົນ​ຢ່າງ​ຈົບງາມ.

ໜັງ​ສຶພິມ"​ເອນ ປາ​ນາມາ ອາ​ເມ​ລິ​ກາ"ຕິ​ລາຄາ​ວ່າ, ຈີນ​ອາ​ໄສ​ການ​ຄ້ຳປະກັນດ້ານ​ພະລາທິການ​ທີ່​ບໍ່​ມີ​ບ່ອນຕິ, ວຽກ​ງານ​ຈັດ​ຕັ້ງທີ່​ຈົບງາມ​ສົມບູນ, ສະໜາມກິລາຊັ້ນນຳ​ແລະ​ອາສາ​ສະໝັກ​ທີ່​ກະຕືລືລົ້ນ, ​ໄດ້​ຈັດ​ງານ​ໂອ​ລິ​ມປິກ​ທີ່ໃຫ້​ນັກ​ກິລາຕ່າງສະ​ແດງ​ຄວາມ​ສາມາດ​ຂອງ​ຕົນຄັ້ງ​ນີ້​ຢ່າງ​ສຳ​ເລັດ​ຜົນ.
ສື່​ມວນ​ຊົນປູ​ກີ​ນາ​ຟາ​ໂຊ​ເຫັນ​ວ່າ, ຜ່ານ​ການຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ຢ່າງ​ສຳ​ເລັດ​ຜົນ, ​ຈີນ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​​ໂລກ.

ທ່ານ​ຈົ່ງ​ຢ້າວ​ຮຸຍ ຫົວໜ້າ​ພະ​ແນ​ກຂ່າວ​ຂອງ​ໜັງສືພິມ​ກຳປູ​ເຈຍ​ຈີນ​ລາຍ​ວັນ​ທີ່​​ໄດ້ໄປ​ເອົາ​ຂ່າວ​ຢູ່​ປັກ​ກິ່ງ​ແລະ​ທຽນ​ສິນ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ໄດ້​ມີ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ສະໜາມ​ກິລາ​ຮັງ​ນົກ, ທ່ານ​ເຫັນ​ວ່າ, ຮູບຊົງ​ພິ​ເສດ​​ແລະ​ຄວາມ​ສະຫງ່າ​ງາມ​ຂອງ"ຮັງ​ນົກ"​ໄດ້​ດຶງ​ດູດ​ຜູ້​ຊົມຈາກ​ແຫ່ງ​ຕ່າງໆ​​ຂອງ​ໂລກ​ທີ່​ມາ​ຊົມ​ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>