ການທ່ອງທ່ຽວ​ຂອງ​ຈີນ​ອອກ​ແຮງ​​ຕ້ອນ​ຮັບ​ກະ​ແສ​ທ່ອງ​ທ່ຽວ​ຫຼັງ​ງານ​ໂອ​ລິ​ມປິກ

(GMT+08:00) 2008-08-30 16:15:33 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ, ຄຽງ​ຄູ່​ກັບ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ, ຂະ​ແໜງ​ການ​ທ່ອງທ່ຽວ​ຂອງ​ຈີນອອກ​ແຮງ​ສຸດ​ຂີດ​ເພື່ອ​ຕ້ອນຮັບ​ກະ​ແສ​ທ່ອງ​ທ່ຽວຫຼັງ​ງານ​ໂອ​ລິ​ມປິກ​ໃນ​ລະດູ​ໃບ​ໄມ້ຫຼົ່ນ.


ພາກສ່ວນ​ທ່ອງ​ທ່ຽວ​ຂອງ​ຈີນ​ພວມ​ຈັດ​ວາງ​ຢ່າງຮອບ​ຄອບ​ໂດຍ​ໝູນ​ອ້ອມ​ຫົວ​ຂໍ້​ປີ​ທ່ອງ​ທ່ຽວ​​ໂອ​ລິ​ມປິກ. ວັນ​ທີ29​ສິງຫາ​ນີ້, ຢູ່​ປັກ​ກິ່ງ, ທ່ານ​ວາງ​ຈື້ຟາ ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ກະ​ແສ​ໄປ​ທ່ອງ​ທ່ຽວຕົວ​ເມືອງ​ເຈົ້າພາບ​​ແລະ​ຕົວ​ເມືອງ​ຊ່ວຍຈັດ​ງານ​ໂອ​ລິ​ມປິກ​ຈະ​ປະກົດ​ຫຼັງ​ງານ​ໂອ​ລິ​ມປິກ​, ຂະ​ແໜງ​ການທ່ອງທ່ຽວ​ຂອງ​ຈີນ​ໄດ້​ກຽມພ້ອມ​ແລ້ວ, ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແລະ​ຕ່າງປະ​ເທດ.


ຄະນະ​ກຳມະການ​ຜູ້​ຊ່ຽວຊານ​ສະມາຄົມຄົ້ນຄວ້າ​ເສດຖະກິດ​ໂອ​ລິ​ມປິກ​ນະຄອນຫຼວງ​ປັກ​ກິ່ງ​ເຫັນ​ວ່າ, ຍ້ອນ​ວ່າ​ງານ​ໂອ​ລິ​ມປິກ​ປັກ​ກິ່ງມີ​ບົດບາດ​ຊັກ​ຈູງ​ການທ່ອງທ່ຽວ, ປີ2009​ແລະ​ປີ2010, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຈະ​ພາກັນ​ມາ​ທ່ຽວ​ຢູ່​ຈີນຢ່າງ​ຫຼວງ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>