ບຸກຄົນວົງ​ການການ​​ເມືອງ​ຂອງ​ຕ່າ​ງປະ​ເທດ​ຕີ​ລາຄາ​ສູງຕໍ່​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-30 16:55:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ບຸກຄົນຈຳນວນ​ໜຶ່ງ​​ໃນ​ວົງ​ການ​ການ​​ເມືອງ​ຕ່າ​ງປະ​ເທດສືບ​ຕໍ່​ຍ້ອງ​ຍໍ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ສຳ​ເລັດ​ຜົນ.

ວັນ​ທີ29ສິງຫາ​ນີ້ ທ່ານ​ອາລີ​​ໂຊ ຫົວໜ້າ​ສູນ​ຄົ້ນຄວ້າ​ນະ​ໂຍບາຍ​ພັດທະນາ​ຂອງ​ເຊ​​ເນ​ການ​​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ວ່າ,ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ສຳ​ເລັດ​ຜົນບໍ່​ພຽງ​ແຕ່​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ປະຊາຊົນ​ຈີນ​ທໍ່​ນັ້ນ,ກໍ​ແມ່ນ​ໄຊຊະນະ​ຂອງ​ປະຊາຊົນທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ.

ທ່ານ​ອາລີ​ໂຊ​ກ່າວ​ວ່າ,ສະໜາມ​ແຂ່ງຂັນຊັ້ນນຳ​ຂອງປັກ​ກິ່ງ ວຽກ​ງານ​ຈັດ​ຕັ້ງທີ່​ບໍ່​ມີ​ບ່ອນຕິ ລາຍການ​ແຂ່ງຂັນ​ທີ່​ຈັບ​ໃຈ​ຄົນ ການປະ​ພຶດອັນ​ດີ​​ເດັ່ນ​ຂອງນັກ​ກິລາ​ແຂ່ງຂັນ ການ​ບໍລິການ​ທີ່​ຮອບຄອບ​ຂອງ​ອາສາ​ສະໝັກ ຜູ່​ຊົມ​ທີ່​ກະຕືລືລົ້ນ​ແລະ​ໃຈກວ້າງ ສິ່ງ​​ແວດ​ລ້ອມ​ທີ່​ສວຍ​ງາມ​ຂອງ​ນະຄອນ​ປັກ​ກິ່ງ ນ້ຳ​ໃຈ​ທີ່​ພາກພູມ​ໃຈ​ແລະ​ໝັ້ນ​ໃຈ​ຂອງ​ປະຊາຊົນ​ຈີນ ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈທີ່​ລືມ​ຍາກ​ໃຫ້​ແກ່​ປະຊາຊົນຊາວ​ໂລກ.

ມື້​ດຽວ​ກັນ ​ທ່ານ​ເບ​ວນັດ ​ເຕ​ເບຼ ສະມາຊິກ​ສະພາ​ຂອງຝຣັ່ງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ຈີນ​ຕື່ມ​ອີກ.

ທ່ານ​ເຕ​ເບຼກ່າວ​ວ່າ,ກ່ອນ​ໜ້າ​ນີ້ ຄົນ​ຈຳນວນ​ໜຶ່ງ​ໄດ້​ຕິຕຽນ​ແລະ​ສົງ​ໄສ​ສະພາບ ການ​ພັດທະນາ​ແລະ​ຄວາມ​ສາມາດ​ຂອງຈີນໃນການ​ຈັດ​ງານ​ໂອ​ລິ​ມປິກ.​ ແຕ່​ຄວາມ​ຈິງ​ໄດ້​ຢືນຢັນ​ໃຫ້​ເຫັນ​ວ່າ,ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ແມ່ນ​ບໍ່​ມີ​​ເຫດຜົນ,ບໍ່​ວ່າ​ຢູ່​ຕໍ່ໜ້າ ບັນຫາ​ງານ​ໂອ​ລິ​ມປິກ​ຫຼື​ວ່າການ​ພັດທະນາ,ຈີນລ້ວນ​ແຕ່ໄດ້​ຜ່ານ​ການທົດ​ສອບ,​ແລະ​ໄດ້​ຮັບ​ຜົນສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>