ທ່ານ​ສີ​ຈີ້​ນພິງ​ຊີ້​ອອກ​ວ່າ​ຕ້ອງ​ເຮັດ​ວຽກ​ກະ​ກຽມ​ຕ່າງໆ​ຂອງ​ງານ​ໂອ​ລິມ​ປິກ​ຄົນ​ພິ​ການ​ໃຫ້​ດີ​ທີ່​ສຸດ

(GMT+08:00) 2008-08-30 17:57:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 29 ສິງຫາ​ນີ້, ທ່ານ​ສີ​ຈີ້​ນພິງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ກວດກາ​ວຽກ​ງານ​ກະກຽມ​ຂອງ​ງານ​ໂອ​ລິ​ມປິກ​ຄົນ​ພິ​ການ​ປັກ​ກິ່ງ, ທ່ານ​ຊີ້​ອອກ​ວ່າ, ຕ້ອງ​ເຮັດ​ວຽກ​ກະກຽມ​ຕ່າງໆ​ຂອງ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ໃຫ້​ດີ, ບັນລຸ​ເປົ້າໝາຍ​ທີ່ງານໂອ​ລິ​ມປິກສອງ​ຄັ້ງລ້ວນ​ແຕ່​ດີ​ເລີດ​ຄື​ກັນ.

ມື້​ດຽວ​ກັນ, ທ່ານ​ສີ​ຈີ້​ນພິງ​ໄດ້​ກວດກາ​ໂຮງ​ແຮມ​ສະ​ວິສຂອງ​ສູນ​ຮົງ​ກົງ​ມາ​ກາວ​ປັກ​ກິ່ງ​ທີ່​ເປັນ​ໂຮງ​ແຮມຄອບຄົວໂອ​ລິ​ມປິກ​ຄົນ​ພິການ, ຫໍກິລາຂອງ​ມະຫາວິທະຍາ​ໄລ​ວິຊາ​ຊ່າງ​ປັກ​ກິ່ງ, ​ແລະ​ຫໍ​ຟັນ​ດາບ​ຂອງ​ສູນ​ປະຊຸມ​ແຫ່ງ​ຊາດ.

ທ່ານ​ສີ​ຈີ້ນພິງ​ຊີ້​ອອກ​ວ່າ, ການ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ແລະ​ລົງທຶນ​ຢ່າງຫຼວງຫຼາຍຕໍ່​ວຽກ​ງານ​ຂອງ​ຄົນ​ພິ​ການ, ການ​ເຄົາລົບ​ສິດທິ​ມະນຸດ​ຂອງ​ຄົນ​ພິ​ການ​ໃນ​ລະດັບ​ສູງ​ແລະ​ການ​ຮັບປະກັນ​ຢ່າງ​ເຕັມ​ສ່ວນ, ​ແມ່ນ​ຈຸດ​ພິ​ເສດ​ແລະ​ຈຸດ​​ເດັ່ນ​ຂອງ​ວຽກ​ງານ​ສິດທິ​ມະນຸດ​ຈີນ. ຕ້ອງ​ຜ່ານ​ການຈັດ​ງານ​ໂອ​ລິ​ມປິກ​ຄົນ​ພິ​ການ​ຢ່າງ​ສຳ​ເລັດ​ຜົນ, ສ້າງ​ທັດສະນະ​ສັງຄົມ​ທີ່​ເຂົ້າ​ໃຈ, ​ໃສ່ໃຈ, ​ເຄົາລົບ, ​ແລະ​ຊ່ວຍ​ເຫຼືອຄົນ​ພິການ​ໃນ​ປະຊາ​ຊົນ​ອັນ​ໄພສານ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ, ປະກອບສ່ວນ​​​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາ​ວຽກ​ງານ​​ຄົນ​ພິການຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>