ເຕັກນິກ​ຈຳ​ແນ​ກໜ້າ​ຕາ​ທີ່​ຈີນ​ຄົ້ນຄວ້າ​ນັ້ນ​ໄດ້​ຖືກ​ນຳໃຊ້​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2008-08-31 18:12:44 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ສະ​ຖາ​ບັນ​ອັດຕະ​ໂນ​ມັດຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,ລະບົບ​ຈຳ​ແນ​ກໜ້າ​ຕາ​ຄົນ​ທີ່ ສູນ​ຄົ້ນຄວ້າ​ເຕັກນິກ​ຈຳ​ແນ​ກຊີວະ​ຊາດ​ແລະ​ຄວາມປອດ​ໄພຂອງສະ​ຖາ​ບັນ​ດັ່ງ​ກ່າວຄົ້ນຄວ້າ​ຜະລິດ​ແລະມີ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນຢ່າງ​ສົມບູນ​ໄດ້​ຖືກ​ນຳ​ໃຊ້​ໃນ​ພິທີ​ໄຂ​ແລະປິດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ສຳ​ເລັດ​ຜົນ.

ຂ່າວ​ແຈ້ງວ່າ,ລະບົບ​ດັ່ງ​ກ່າວ​ໄດ້​ສະ​ແກນ​ຮູບ​ຖ່າຍ​ໜ້າ​ຄົນ​ໃນບັດປະຈຳຕົວ​ທີ່​ຜູ່​ຖື​ປີ້​ເຂົ້າ​ຊົມ​ເອົາ​ໃຫ້,​ເພື່ອ​ຈົດ​ຈຳ​ເອກະລັກ​ຂອງ​ໜ້າ​ຕາ​ຄົນ​ແລ້ວ​ບັນ​ທຶກ​ເຂົ້າ​ໃນ​ສາງ​ຂໍ້​ມູນ​ຂ່າວ​ສານ.​ໃນ​ເວລາ​ຜູ່​ຊົມ​ເຂົ້າ​ສະໜາມ​ກິລາ,​ກ້ອງຖ່າຍ​ວິ​ດີ​ໂອກໍ​ຈະ​ເກັບ​ກຳ​ເອົາ​ຮູບ​ໜ້າ​ຕາ​ຂອງ​ຜູ່​ຖື​ປີ້​ແລ້ວ​ປຽບ​ທຽບ​ກັບ​ຂໍ້​ມູນ​ໃນ​ສາງ​ຂໍ້​ມູນ,​ໃນ​ທີ່​ສຸດ​ກໍ່​ສາມາດ​ຈຳ​ແນ​ກໜ້າ​ຕາ​ແລະຖານະ​ຂອງ​ຄົນຜູ່​ນີ້.ນີ້​ແມ່ນ​ການນຳ​ໃຊ້​ເຕັກນິກ​ວິທະຍາສາດ​ລະດັບ​ສູງ​ຄື​ຈຳ​ແນ​ກໜ້າ​ຕາ​ຄົນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດ​ງານ​ກິລາ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>