ນັກຮຽນ​ປະ​ມານ 3 ລ້ານ 4 ​ແສນ​ຄົນ​ໃນ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ​ເຂົ້າ​ຮຽນ​ຄືນ​ໃໝ່​ທັງ​ໝົດໃນ​ວັນ​ທີ 1 ກັນຍາ

(GMT+08:00) 2008-09-01 16:19:50 cri
-----------------------------------------------------------------------------------------------------------------


ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 31 ສິງຫາ​ນີ້, ຢູ່​ນະຄອນ​ເສີງ​ຕູ່, ທ່ານ​ທູ​ເວີນ​ທ່າວ ຫົວໜ້າ​ພະ​ແນ​ກສຶກສາ​ທິການ​ແຂວງ​ເສ​ສວນ​ຈີນ​ກ່າວ​ວ່າ, ວັນ​ທີ 1 ກັນຍາ, ນັກຮຽນ​ປະມານ 3 ​ລ້ານ 4 ​ແສນ​ຄົນ​ໃນ​ເຂດ​ປະສົບ​ໄພ​ແຜ່ນດິນ​​ໄຫວ​ແຂວງ​ເສ​ສວນ, ຊຶ່ງ​ລວມທັງ​ນັກຮຽນ​ໃໝ່ 6 ​ແສນ​ກວ່າ​ຄົນ​ທີ່​ມີ​ແຜນ​ຈະ​ຮັບ​ເອົາ​ນັ້ນ​ຟື້ນ​ຟູ​ການ​ຮຽນ​ທັງ​ໝົດ.

ໃນ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບການ​​ຟື້ນ​ຟູການ​ຮຽນ​ໃນ​ລະດູ​​​ໃບ​ໄມ້ຫຼົ່ນ 2008​ແຂວງ​ເສ​ສວນ, ທ່ານ​ທູ​ເວີນ​ທ່າວ​ກ່າວ​ວ່າ, ​ເປົ້າ​ໝາຍ​ຂອງ​ການ​ຟື້ນ​ຟູ​ການ​ຮຽນ​ເທື່ອ​ນີ້​ແມ່ນໃຫ້​ນັກຮຽນ​ໝົດ​ທຸກ​ຄົນ​ໄດ້​ເຂົ້າ​ໂຮງຮຽນ​ຄືນ​ໃໝ່ຫຼັງປະສົບ​ໄພ. ລວມທັງ​ນັກຮຽນ​ປະຖົມ​ແລະ​ມັດທະຍົມ​​ເກືອບ 2 ໝື່ນ​ຄົນທີ່​​ໄປ​ຮຽນ​ຢູ່​ຕ່າງ​ຖິ່ນ​, ອົງການ​ປົກຄອງ​ຂັ້ນຕ່າງໆ​ຈະໃຫ້​​ເງິນ​ອຸດ​ໜູນ​ດ້ານ​ຊີວິດການ​ເປັນ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>