ທ່ານ​ເວີ່ນ​ເຈຍ​ປາວ​ຈັດ​ກອງ​ປະ​ຊຸມ​ຄົ້ນ​ຄວ້າ​ວຽກ​ງານ​ຈັດ​ວາງ​ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຕື່ມ​ອີກ

(GMT+08:00) 2008-09-02 15:14:51 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນຮວາ, ຕອນຄ່ຳ​ວັນ​ທີ31​ສິງຫາ​ແລະ​ຕອນ​ຄ່ຳ​ວັນ​ທີ1​ກັນຍາ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ ຜູ້​ບັນຊາ​ການ​ສູງ​ສຸດກອງ​ບັນຊາ​ການ​ກູ້​ໄພ​ແຜ່ນດິນ​ໄຫວຂອງ​ລັດຖະບານ​ຈີນ​ທີ່​ພວມ​ລົງ​ຢ້ຽມຢາມຢູ່​​ແຂວງ​ເສ​ສວນ ​ໄດ້​ຈັດ​ກອງ​ປະຊຸມຢູ່​ເທິງ​ຂະ​ບວນລົດ​ໄຟ, ຄົ້ນຄວ້າ​ວຽກ​ງານ​ຈັດ​ວາງ​ປະຊາຊົນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຕື່ມ​ອີກ.


ກອງ​ປະຊຸມ​ເຫັນ​ວ່າ, ພາຍຫຼັງ​​ເມືອງ​ເວີ້​ນຊ່ວນຂອງ​ຈີນ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ, ​​ເມື່ອ​ໄດ້​ພະຍາຍາມ​ເປັນ​ເວລາ​ສາມ​ເດືອນ​ກວ່າ​ແລ້ວ, ປະຊາຊົນ​ເຂດ​ປະສົບ​ໄພ​ໄດ້​ຮັບ​ການ​ຈັດ​ວາງ​ຢ່າງ​ເໝາະ​ສົມ​ແລ້ວ. ປະຈຸ​ບັນ, ບັນຫາ​ກິນ​ເຂົ້າ, ​ກິນນ້ຳ​ແລະ​ເຮືອນພັກູ​ຊົ່ວຄາວຂອງ​ປະຊາຊົນ​ໄດ້​ຮັບ​ກາ​ນ​ແກ້​ໄຂ​ໃນ​ຂັ້ນ​ພື້ນຖານ​, ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ໄດ້ຟື້ນ​ຟູ​ການ​ຮ່ຳຮຽນ​ທັງ​ໝົດ, ປະຊາຊົນ​ຜູ້​ບາດ​ເຈັບ​ໄດ້​ຮັບ​ການ​ປິ່ນປົວ, ພາຍຫຼັງ​ເກີດ​ໄພ​ແລ້ວ, ບໍ່​ມີ​ພະຍາດ​ລະບາດ​ເກີດ​ຂຶ້ນ, ການ​ຜະລິດ​ອຸດສາຫະກຳ​ແລະ​ກະສິກຳ​ໄດ້ຮັບ​ການ​ຟື້ນ​ຟູ​ໃນ​ຂັ້ນ​ພື້ນຖານ, ສັງຄົມມີ​ຄວາມ​ສະຫງົບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>