ວຽກ​ງານ​ຮັບ​ຕ້ອນ​ຂອງ​ງານ​ກິລາ​ໂອລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ໄດ້​ກຽມ​ພ້ອມ​ແລ້ວ

(GMT+08:00) 2008-09-02 19:49:50 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ສູນ​ຂ່າວ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ເທື່ອ​ທຳ​ອິດ​ໃນ​ວັນ​ທີ2​ກັນຍາ​ນີ້,ໝາຍ​ຄວາມ​ວ່າ,ສິ່ງ​ກໍ່ສ້າງ​ຮັບ​ຕ້ອນ​ຂະໜາດ​ໃຫຍ່​ທັງ​ໝົດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ໄດ້​ເລີ່​ມ​ໃຊ້​ການ​ໄດ້​ແລ້ວ,​ແລະ​ວຽກ​ງານ​ຮັບ​ຕ້ອນ​ຂອງງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ໄດ້​ກຽມພ້ອມ​ແລ້ວ.

ຕາມ​ຂ່າວ​ແຈ່ງ​ວ່າ,ສະພາບ​ຂອງ​ສູ​ນດັ່ງກ່າວ​ທີ່​ບໍລິການ​ງານ​ກິລາ​ໂອ​ລິ​ມປິກນັ້ນ​ໄດ້​ປ່ຽນ​ເປັນ​ສະ​ພາບ​ບໍລິການ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ແລ້ວ.​ຫ້ອງການຂອງ​ນັກ​ຂ່າວ​ທີ່​ໃຫຍ່​ກວ່າ​ໝູ່​ຢູ່​ຊັ້ນ​ທີ​ໜຶ່ງ​ໄດ້​ເພີ່ມ​ໃສ່​ເຄື່ອງໝາຍ​ບໍ່​ມີ​ອຸປະສັກ,​ເວ​ທີ​ຖະ​ແຫຼ​ງຂ່າວ​ໄດ້​ເພີ່ມ​ທາງ​ໂນນ​ບໍ່​ມີ​ອຸ​ປະ​ສັກ,​ຕັ່ງ​ອີ້​ສອງ​ແຖວ​ທີ່​ຢູ່​ໜ້າ​ບ່ອນ​ນັ່ງ​ຂອງ​ນັກ​ຂ່າວ​ໄດ້​ເອົາ​ອອກ,​ກາຍ​ເປັນ​ເຂດ​ລົດ​ລໍ້,​ທາງ​ຜ່ານ​ກໍ່​ໄດ້​ເປີດ​ກວ້າງ​ອອກ.

ບ້ານໂອ​ລິ​ມປິກຄົນ​ພິການ​ທີ່​​ເປີດບໍ​ລິການ​ໃນ​ວັນ​ທີ30​ສິງຫາ​ແລ້ວ​ນີ້​ແມ່ນ​ ບ້ານ​ໂອ​ລິມ​ປິກ​ທີ່​ໄດ້​ດັດ​ແປງ​ແລ້ວ.​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຄົນ​ພິການ​ເຂົ້າ​ອອກ​ບ້ານ,​ຕຶກ​ແຕ່​ລະ​ຫຼັງ​ໃຊ້​ແຕ່1​ຮອດ3​ຊັ້ນ.ພາຍ​ໃນ​ຕຶກ,​ຢູ່​ເທິງ​ຝາ​ ຫົວ​ຕຽງ​ແຕ່​ລະ​ຕຽງ​ລ້ວນ​ແຕ່​ໄດ້​ຕິດປຸ່ມ​ແດງ​ສຸກ​ເສີນ,​ມີ​ໜ່ວຍ​ງານ​ບໍລິການ​ສຸກ​ເສີນ​ປະຕິບັດ​ໜ້າ​ທີ່​ຕະຫຼອດ24​ຊົ່ວ​ໂມງ.​ພ້ອມ​ກັນ​ນັ້ນ,​ໂຮ​ງ​ແຮມ16​ແຫ່ງ​ທີ່​ໄດ້​ເຊັນ​ສັນຍາ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ໄດ້​ສຳ​ເລັດ​ການ​ດັດ​ແປງ​ສິ່ງ​ກໍ່ສ້າງ​ທີ່​ບໍ່​ມີ​ອຸປະສັກ,​ໂຕະ​ຕ້ອນຮັບ​ແຂກ,ຫ້ອງ​ນ້ຳ,ຫ້ອງ​ນອນ,ຫ້ອງ​ອາຫານຢູ່​ໃນ​ໂຮງ​ແຮມ​ລ້ວນ​ແຕ່​ມີ​ສິ່ງ​ກໍ່ສ້າງ​ບໍ່​ມີ​ອຸປະສັກ.

ນອກ​ນີ້,​ເລີ່​ມ​ແຕ່​ອາທິດ​ແລ້ວ​ນີ້​ເປັນ​ຕົ້ນ​ໄປ,​ເສັ້ນທາງ​ສະ​ເພາະ​ງານ​ກິລາ​ໂອ​ລິມ​ປິກ​ຄົນ​ພິການ​ໃນ​ນະຄອນ​ຫຼວງ​ປັກ​ກິ່ງກໍ​ເປີດ​ໃຫ້​​ແລ່ນ​ລົດ​ໃນ​ບາງ​ເວລາ​​ແລະ​ບາງ​ຕອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>