ວຽກ​ງານ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ​ໄດ້​ຮັບ​ໄຊ​ຊະ​ນະ​ລັກ​ສະ​ນະ​ຂັ້ນ​ຕອນ

(GMT+08:00) 2008-09-03 16:38:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສາ​ນຊີ​ນຮວາ: ວັນ​ທີ 2 ກັນຍາ​ນີ້, ຢູ່​ເມືອງ​ອິ້ງຊິ້ວ ​ໃຈກາງ​ແຜ່ນດິນ​ໄຫວ​ເວີ້​ນຊວນ​ແຂວງ​ເສ​ສວນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນ​ຕີ​ຈີນ​ກ່າວ​ວ່າ, ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ໄດ້​ຮັບ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ທີ່​ມີ​ລັກສະນະ​ຂັ້ນຕອນ.

ປັດຈຸບັນ, ​ແຜ່ນດິນ​ໄຫວ​ເວີ້​ນຊວນ​ 12 ພຶດສະພາ​ໄດ້​ຜ່ານ​ໄປ 110 ກວ່າ​ມື້​ແລ້ວ. ວຽກ​ງານ​ສ້າງສາ​ຄືນ​​ໃໝ່​ຢ່າງ​ຂະໜາດ​ໃຫຍ່​ໃນ​ເຂດ​ປະສົບ​ໄພ​ຈະ​ເລີ່ມດຳ​ເນີນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​ພວມ​ກວດກາ​ວຽກ​ງານ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​​ແຂວງ​ເສ​ສວນໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ເມືອງ​ອິ້ງຊິ້ວ ​ໃຈກາງ​ແຜ່ນດິນ​ໄຫວ​ເວີ້​ນຊວນ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ພາຍຫຼັງ​ເກີດ​ແຜ່ນ​ດິນ​ໄຫວ​ເວີ້​ນຊວນ​ແລ້ວ, ລັດຖະບານ​ໄດ້​ເອົາ​ການກອບ​ກູ້​ຄົນ​ໄວ້​ຢູ່​ໃນ​ອັນ​ດັບ​ໜຶ່ງ, ​ໄດ້​ກອບກູ້​ 8 ໝື່ນ 4 ພັນ​ຄົນ​ອອກຈາກຊາກ​ອາຄານ; ​ໄດ້​ຈັດ​ວາງ​ມວນ​ຊົນ​ຢ່າງ​ເໝາະ​ສົມ, ​ໄດ້​ຍົກຍ້າຍ​​ແລະ​ຈັດ​ວາງ​ມວນ​ຊົນ 15 ລ້ານ​ຄົນ, ການ​ນຸ່ງ, ການ​ກິນ, ການ​ຢູ່, ​ແລະ​ການ​ປິ່ນ​ປົວ​ຂອງ​ມວນ​ຊົນ​ໃນ​ເຂດ​ປະສົບ​ໄພ​ກໍ່​ໄດ້​ຮັບ​ການຈັດ​ວາງ​ຢ່າງ​ເໝາະ​ສົມ; ຈັດຕັ້ງຄົນ​ຍາດ​​ເວລາ​ສ້ອມ​ແປງ​ເສັ້ນທາງ, ​ໄຟຟ້າ, ນ້ຳ​ປະ​ປາ, ​ໂທລະ​ຄົມຢ່າງ​ວ່ອງ​ໄວ, ປັດຈຸບັນ, ​ເສັ້ນທາງ​ລະດັບ​ຊາດ​ແລະ​ລະດັບ​ແຂວງ​ທີ່​ສຳຄັນ​ກໍ່​ໄດ້​ສ້ອມ​ແປງ​ໂດຍ​ພື້ນຖານ​ແລ້ວ; ກອງ​ປິ່ນປົວ​ຈຳນວນຫຼວງຫຼາຍໄດ້​ເຮັດ​ວຽກ​ປ້ອງ​ກັນ​ພະຍາດ​ລະບາດ​ແລະ​ກອບ​ກູ້​ປິ່ນປົວ​ຜູ້​ບາດ​ເຈັບ, ​ໄດ້​ຮັບປະກັນ​ບໍ່​ໃຫ້​ມີ​ພະ​ຍາດ​ລະບາດ​ຫຼັງປະສົບ​ໄພ. ອາດ​ເວົ້າ​ໄດ້​ວ່າ, ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ໄດ້​ຮັບ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ທີ່ມີ​ລັກສະນະ​ຂັ້ນຕອນ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ປັດຈຸບັນ, ສຳຄັນ​ແມ່ນ​ເຮັດວຽກ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ​ໃຫ້​ດີ, ລັດຖະບານ​ຈີນ​ມີ​ແຜນການ​ຈະ​ໃຊ້​ເວລາ 3 ປີ​ເຮັດ​ໃຫ້​​ເງື່ອນ​ໄຂ​ການ​ຜະລິດ​ແລະ​ການ​ດຳລົງ​ຊີວິດ​ຂອງ​ເຂດ​ປະສົບ​ໄພ​ໄດ້​ຟື້ນ​ຟູ​ຄືນ​ໃໝ່​ໂດຍ​ພື້ນຖານ, ພະຍາຍາມ​ເຮັດ​ໃຫ້​ໄດ້ດີກວ່າ​ກ່ອນ​ເກີດ​ແຜ່ນ​ດິນ​ໄຫວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>