ສື່​ມວນ​ຊົນ​ສິງກະ​ໂປ​ເຫັນ​ວ່າ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ຈະ​ເຮັດ​ໃຫ້​ສະຕິ​ວັດທະນະທຳ​ມະນຸດ​ຂອງຊາວ​ປັກ​ກິ່ງ​ຂຶ້ນສູ່​ລະດັບ​ສູງກວ່າ​ເກົ່າ

(GMT+08:00) 2008-09-03 17:05:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 3 ກັນຍາ​ນີ້,ໜັງສືພິມ"ລຽນ​ເຮີ​ຈາວ​ປ້າວ"ຂອງ​ສິງກະ​ໂປພິມ​ບົດ​ຄວາມ​ລົງ​ນາມ,​ເຫັນ​ວ່າ,ງານ​ໂອ​ລິ​ມປິກ​ຄົນ​ພິການ​ຈະ​ເຮັດ​ໃຫ້​ສະຕິ​ວັດທະນະທຳ​ມະນຸດ​ຂອງປະຊາຊົນ​ປັກ​ກິ່ງຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.

ບົດ​ຄວາມ​ຂຽນ​ວ່າ,ງານ​​ໂອ​ລິ​ມປິກ​ຄົນ​ພິ​ການ​ປັກ​ກິ່ງ​ເອົາ​ໃຈ​ໃສ່​ນຳການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ມະນຸດ,​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ພິການ,​ໄດ້​ເພີ່ມ​ສ້າງ​ສິ່ງ​ກໍ່ສ້າງ​ແບບ​ບໍ່​ມີ​ສິ່ງ​ກີດຂວາງ​ຢ່າງ​ຫຼວງ​ຫຼາຍ.​ເວົ້າ​ໄດ້​ວ່າ,ມາດ​ຕະການຕ່າງໆ​​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢູ່​ທຸກແຫ່ງ​ຫົນຂອງ​ປັກ​ກິ່ງ.

ບົດ​ຄວາມ​ຂຽນ​ວ່າ,ຜ່ານ​ການ​ສະ​ສົມ​ບົດ​ຮຽນ​ຈາກ​ການຈັດ​ງານ​ໂອ​ລິ​ມປິກ​ຄົນ​ພິການ,ປັກ​ກິ່ງ​ຈະ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​​ແກ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງກຸ່ມຄົນ​ດ້ອຍ​​ໂອກາດໃນ​ຕົວ​ເມືອງ​,ນີ້​ກໍ່​​ແມ່ນ"ຄວາມ​ຄຶດ​ຂອງຕົວ​ເມືອງ"ທີ່​ກ້າວໜ້າ​ເທື່ອ​ໜຶ່ງ​ທີ່​ງານ​ໂອ​ລິ​ມປິ​ກຄົນ​ພິການ​ນຳ​ມາ​ໃຫ້​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>