ງານ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ​ຮັບ​ເອົາ​ອາ​ສາ​ສະ​ໝັກ 4 ໝື່ນ 4 ພັນ​ຄົນ

(GMT+08:00) 2008-09-03 17:56:29 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ກັນຍາ, ພາກສ່ວນ​ທີ່​ກ່ຽວຂ້ອງ​ແຈ້ງ​ໃຫ້​ຊາບ​ວ່າ, ງາ​ນ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​​ໄດ້ຮັບ​ເອົາ​ອາສາ​ສະໝັກ 4 ໝື່ນ 4 ພັນ​ຄົນ, ຊຶ່ງມາ​ຈາກ 27 ປະ​ເທດ​ແລະ​ເຂດ​ແຄວ້ນ.

ຈຳນວນ​ຄົນ​ທີ່​ລາຍ​ງານ​ຊື່​ເປັນ​ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ເຖິງ 9 ​ແສນ​ກວ່າ​ຄົນ, ​ໄດ້​ຮັບ​ເອົາ​ອາສາ​ສະໝັກ​ສຳລັບ​ບໍລິການການ​ແຂ່ງຂັນ 4 ໝື່ນ 4 ພັນ​ຄົນ, ​ໃນນັ້ນ, 90% ​ເຄີຍ​ເຂົ້າຮ່ວມ​ການ​ບໍລິການ​ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ. ​ໃນເວລາ​ຈັດ​ການ​ແຂ່ງຂັນ, ອາສາ​ສະໝັກ​ທັງຫຼາຍຈະ​ດຳ​ເນີນ​ການ​ບໍລິການ​ຜູ້​ຊົມ ຄົມມະນາຄົມ ​ແລະ​ກວດກາ​ຄວາມ​ປອດ​ໄພ​ເປັນຕົ້ນ.

ນອກ​ນັ້ນ, ອາສາ​ສະໝັກຕົວ​ເມືອງ 4 ​ແສນ​ຄົນ​ໃນທົ່ວ​ນະຄອນ​ປັກ​ກິ່ງຈະ​ໃຫ້​ຄຳ​ປຶກສາ​ດ້ານຂ່າວ​ຄາວ, ​ແປ​ພາສາ, ​ແລະ​ຮັບ​ມື​ດ່ວນ​ໃນ​ຈຸດ​ບໍລິການ​ 550 ​ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>