ນາຍົກລັດຖະມົນຕີໄທກ່າວຢ້ຳຈະບໍ່ລາອອກຈາກຕຳແໜ່ງ
(GMT+08:00) 2008-09-04 16:42:01 cri
-----------------------------------------------------------------------------------------------------------------
-----------------------------------------------------------------------------------------------------------------
ຕາມຂ່າວCRI,ວັນທີ4ກັນຍານີ້,ທ່ານສະໝັກສູນທໍລະເວດ ນາຍົກລັດຖະມົນຕີໄທໄດ້ ຜ່ານວິທະຍຸກະຈາຍສຽງແຫ່ງຊາດໄທກ່າວຄຳປາໄສໂດຍກ່າວຢ້ຳວ່າ,ທ່ານຈະ ປົກປັກຮັກສາປະຊາທິປະໄຕຂອງຊາດ,ເດັດຂາດຈະບໍ່ລາອອກຈາກຕຳແໜ່ງຍ້ອນແຮງກົດດັນຂອງກຸ່ມຄັດຄ້ານລັດຖະບານ.ທ່ານສະໝັກໄດ້ກ່າວປະນາມກຸ່ມພັນທະມິດປະຊາຊົນເພື່ອປະຊາທິປະໄຕທີ່ດຳເນີນການເຄື່ອນໄຫວຕ້ານລັດຖະບານ,ທ່ານຮຽກຮ້ອງໃຫ້ປະຊາຊົນຈົ່ງເຫັນແຈ້ງສະຖານະການຂອງປະເທດ,ຮ່ວມກັນປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງປະເທດ.
ມື້ດຽວກັນ,ທ່ານສະໝັກຍັງຢືນຢັນວ່າທ່ານເຕດ ບຸນນາກ ລັດຖະມົນຕີວ່າການກະຊວງການຕ່າງປະເທດໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງໃຫ້ທ່ານແລ້ວ.ທ່ານສະໝັກກ່າວວ່າ,ທ່ານຈະສະເໜີຊື່ ລັດຖະມົນຕີວ່າການກະຊວງການຕ່າງປະເທດຜູ່ໃໝ່ໃນບໍ່ດົນນີ້.
ມື້ດຽວກັນ,ທ່ານສະໝັກຍັງຢືນຢັນວ່າທ່ານເຕດ ບຸນນາກ ລັດຖະມົນຕີວ່າການກະຊວງການຕ່າງປະເທດໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງໃຫ້ທ່ານແລ້ວ.ທ່ານສະໝັກກ່າວວ່າ,ທ່ານຈະສະເໜີຊື່ ລັດຖະມົນຕີວ່າການກະຊວງການຕ່າງປະເທດຜູ່ໃໝ່ໃນບໍ່ດົນນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ