ເມືອງ​ເວີ້​ນ​ຊ່ວນມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ນ້ອຍ​ທີ່​ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ​ກວ່າ6,5ລິກ​ເຕີ​ຕາມ​ມາ

(GMT+08:00) 2008-09-04 16:46:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ4ກັນຍາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ໝ້າ​ຈົ່ງ​ຈີ້​ນ ປະທານຄະນະ​ກຳມະການຊ່ຽວຊານ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ເມືອງ​ເວີ້​ນ ຊ່ວນມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ນ້ອຍ​ທີ່ຈະ​ເກີດແຜ່ນ​ດິນ​ໄຫວຄວາມ​ແຮງ​ກວ່າ6,5ລິກ​ເຕີຕາມ​ມາ.

​ວັນ​ທີ4ກັນຍາ​ນີ້ ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນຈັດກອງ​ປະຊຸມ​ຂ່າວ, ສະ​ເໜີສະພາບ​ການ​ແຜ່ນດິນ​ໄຫວ​ແລະ​ຄວາມ​ເສຍ​ຫາຍ​ຂອງ​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ.ທ່ານໝ້າ​ຈົ່ງ​ຈີ້​ນກ່າວ​ໃນ​ກອງ​ປະຊຸມ​ວ່າ,ຖ້າ​ທວນ​ຄືນ​ແຜ່ນດິນ​ໄຫວ​ແຮງ​ກວ່າ7,8ລິກ​ເຕີ10​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ແຜ່ນດິນ​​ໃຫຍ່​ຈີນ​ໃນ100ກວ່າ​ປີຜ່ານມາ​ນີ້,​ແຜ່ນດິນ​ໄຫວທີ່​ຕາມ​ມາ​ສ່ວນ​ຫຼາຍ​ບໍ່​ໄດ້​ແຮງ​ກວ່າ7ລິກ​ເຕີ.ປະຈຸ​ບັນ,ຜູ່​ຊ່ຽວຊານ​ຜ່ານ​ການ​ວິ​ໄຈ​ເອກະສານ​ແຜ່ນດິນ​ໄຫວ​ຢູ່​ເຂດ​ແຜ່ນດິນ​​ໃຫຍ່​ຈີນ​ໃນ​ຫຼາຍ​ດ້ານ​,​ແລ້ວ​ສະຫຼຸບ​ຂັ້ນ​ເບື້ອງ​ຕົ້ນວ່າມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ນ້ອຍ​ທີ່ຈະ​ເກີດແຜ່ນ​ດິນ​ໄຫວຄວາມແຮງ​ກວ່າ 6,5ລິກ​ເຕີຕາມ​ມາ.

ພ້ອມ​ກັນນັ້ນ ທ່ານ​ກ່າວ​ເນັ້ນວ່າ,ແຜ່ນ​ດິນ​ໄຫວລະດັບ​ແຮງຕາມ​ມາຢູ່ເມືອງ​ເວີ້​ນ ຊ່ວນຍັງ​ຈະ​ເກີດ​ຂຶ້ນ​ໃນຊົ່ວ​ໄລຍະໜຶ່ງ​ຕໍ່​ໄປ,ສະ​ນັ້ນພາກສ່ວນ​ແຜ່ນດິນ​ໄຫວ​ຍັງ​ຕ້ອງຕິດຕາມ​ສະພາບ​ການ​ແຜ່ນດິນ​ໄຫວ​ຂອງ​ເມືອງ​ເວີ້​ນຊ່ວນຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>