ໄທຈະຈັດການຢັ່ງຫາງສຽງທົ່ວປວງຊົນເພື່ອແກ້ໄຂວິກິດການການເມືອງ
(GMT+08:00) 2008-09-04 18:31:02 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI,ວັນທີ4ກັນຍານີ້,ກອງປະຊຸມຄະນະລັດຖະບານໄທເຫັນດີໃນດ້ານຫຼັກການໃຫ້ຈັດການຢັ່ງຫາງສຽງທົ່ວປວງຊົນເພື່ອແກ້ໄຂວິກິດການການເມືອງທີ່ປະເທດພວມປະເຊີນໃນປັດຈຸບັນ.
ມື້ດຽວກັນ,ໃນເວລາກ່າວຄຳປາໄສໂດຍຜ່ານວິທະຍຸກະຈາຍສຽງແຫ່ງຊາດໄທ,ທ່ານສະໝັກ ສູນທໍລະເວດນາຍົກລັດຖະມົນຕີໄທກ່າວວ່າ,ທ່ານຈະບໍ່ລາອອກຈາກຕຳແໜ່ງຍ້ອນແຮງກົດດັນຂອງກຸ່ມຕ້ານລັດຖະບານ.ຫຼັງຈາກນັ້ນ,ຜູ່ນຳຂອງກຸ່ມພັນທະມິດປະຊາຊົນເພື່ອປະຊາທິປະໄຕທີ່ເປັນອົງການຈັດຕັ້ງປະຊາຊົນຕ້ານລັດຖະບານກໍ່ໄດ້ກ່າວຄຳປາໄສໃນທັນທີວ່າ,ກຸ່ມພັນທະມິດປະຊາຊົນເພື່ອປະຊາທິປະໄຕຈະສືບຕໍ່ ໂຮມຊຸມນຸມປະທ້ວງລັດຖະບານຢູ່ສຳນັກນາຍົກລັດຖະມົນຕີທີ່ເຂົາເຈົ້າຍຶດຄອງນັ້ນ,ຈົນກວ່າລັດຖະບານທ່ານສະໝັກຈະລາອອກຈາກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ