ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳຕ່າງປະ​ເທດ​ໄດ້​ຮັບ​ການ​ບໍລິຈາກ​ກູ້​ໄພ​ແຜ່ນດິນ​ໄຫວ1ຕື້919ລ້ານ​ຢວນ

(GMT+08:00) 2008-09-05 16:36:35 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ອີງ​ຕາມ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,ພາຍຫຼັງ​ແຜ່ນດິນ​ໄຫວ​ຮຸນ​ແຮງເວິ້ນຊ່ວນ​ແຂ​ວງ​ເສ​ສວນ​ເກີດ​ຂຶ້ນ​ເປັນ​ຕົ້ນ​ມາ,ນັບມາ​ຮອດ​ວັນ​ທີ27 ສິງຫາ​​ແລ້ວນີ້,ກະຊວງ​ກາ​ນຕ່າງປະ​ເທດ​ແລະ​ສະຖານທູດ​ຈີນ​ປະຈຳ​ຕ່າງປະ​ເທດໄດ້ຮັບ​​ເງິນ​ບໍລິຈາກ​ຂອງປະ​ເທດຕ່າງໆ,ໝູ່​ຄະນະ​ແລະ​ບຸກຄົນ​ທັງ​ໝົດ1ຕື້919ລ້ານ​ຢວນ.

ຂ່າວ​​​ແຈ້ງ​ວ່າ,ລັດຖະບານ​ຕ່າງປະ​ເທດ,ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ພາກ​ພື້ນ​​ໄດ້ບໍລິຈາກ​ເງິນ​ເກືອບ800ລ້ານ​ຢວນ;ວິ​ສາ​ຫະກິດ​ຕ່າງ​ປະ​ເທດ,ບຸກຄົນ​ວົງ​ການ​ຕ່າງໆ​​ຊາວ​ຈີນ​​ແລະ​ຈີນຕ່າງ​ດ້າວ,ນັກ​ສຶກສາ​ຮຽນ​ຢູ່​ຕ່າງປະ​ເທດ​ແລະ​ອົງການ​ທຶນ​ຈີນບໍລິຈາກ1ຕື້100ລ້ານ​ກວ່າ​ຢວນ.

ກະຊວງ​ການ​ຕ່າງປະ​ເທດ​ໄດ້​ມອບ​​ເງິນ​ບໍລິຈາກ​ທີ່​ໄດ້​ຮັບ​ໃຫ້ບັນຊີເງິນ​ພິ​ເສດ​ບໍລິຈາກກູ້​ໄພ​ແຜ່ນດິນ​ໄຫວ​ເວິ້ນຊ່ວນທີ່​ຂະ​ແໜງ​ການ​ຮັບຜິດຊອບ​ຄຸ້ມ​ຄອງ​ຂອງ​ລັດຖະບານ​ຕັ້ງ​ໄວ້ຫຼື​ຝ່າຍທີ່​ຜູ່​ບໍລິຈາກ​ກຳນົດ​ເອງ,​ແລະ​ໄດ້​ແຈ້ງ​ຈຸດປະສົງ​ສະ​ເພາະ​ໃຫ້​ຝ່າຍ​ຜູ້​ຮັບ​ບໍລິຈາກ​ຊາບ​ໃນ​ການ​ໃຊ້​ເງິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>