ປະ​ທານ​ປະ​ເທດ​ລາວ​ຊົມ​ເຊີຍ​ສ​ປ.ຈີນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ທີ​29

(GMT+08:00) 2008-09-05 18:55:30 cri
-----------------------------------------------------------------------------------------------------------------
ຫວ່າງ​ມໍ່ໆ​ມາ​ນີ້,​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ​ໄດ້​ສົ່ງ​ໂທລະ​ເລກ​ເຖິງ​ທ່ານ​ຮູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ພັກ ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຄັ້ງ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​2008​ຄັ້ງ​ທີ​29​ແລະ​ສາ​ມາດ​ຍາດ​ໄດ້​ຫຼຽນ​ຄຳ​ສູງ​ເຖິງ51​ຫຼຽນ ​ເຊິ່ງ​ໄດ້​ຄອງ​ອັນ​ດັບ​ທີ​ໜຶ່ງ​ຂອງ​ໂລກ.

ໃນ​ໂທລະ​ເລກ​ຊົມ​ເຊີຍຂຽນ​ວ່າ,​ເຫດການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຖານະ​ບົດບາດ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ສູງ​ເດັ່ນ​ແລະ​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ໂລກ.​ພວກ​ຂ້າ​ພະ​ເຈົ້າ ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ຄັ້ງ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່​ໃນ​ຄັ້ງ​ນີ້ ​ເຊິ່ງ​ສະ​ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ເຖິງ​ກ້ອນ​ກຳ​ລັງ​ອັນ​ເປັນ​ປຶກ​ແຜ່ນ​ໃນ​ມະຫາ​ສາມັກຄີ​ຂອງ​ປະ​ຊາ​ຊົນ​ຈີນ​ທັງ​ຊາດ​ແລະ​ເຊື່ອ​ໝັ້ນ​ວ່າ​ ພາຍ​ໃຕ້​ການ​ນຳ​ພາ​ອັນ​ປີ​ຊາ​ສາມາດ​ແລະ​ສະ​ຫຼາດ​ແຫຼມ​ຄົມ​ຂອງ​ພັກ​ແລະ​ລັດ​ຖະ​ບານ,​ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ​ຈະ​ສືບ​ຕໍ່​ຮັກສາ​ມູນ​ເຊື້ອ​ອັນ​ຍິ່ງ​ໃຫຍ່​ດີ​ງາມ​ແລະ​ໄຊ​ຊະ​ນະ​ໃໝ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ​ໃນ​ຫຼາຍໆ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>