ປະ​ທານ​ວຸດ​ທິ​ສະ​ພາ​ຂອງ​ໄທ​ຈະ​ເປັນ​ຜູ້​ໄກ່​ເກ່ຍ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ພັນ​ທະ​ມິດ​ປະ​ຊາ​ຊົນ​ເພື່ອ​ປະ​ຊາ​ທິ​ປະ​ໄຕ

(GMT+08:00) 2008-09-06 16:17:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 5 ກັນຍາ, ທ່ານ​​ໄຊ​ ຊິດ​ຊອບ ປະ​ທານ​ສະພາ​ຜູ້​ແທນ​ລາຊະ​ດອນຂອງ​ໄທ, ທ່ານ​ປະສົບ​ສຸກ ບູນ​ເດັດ ປະທານ​ວຸດ​ທິສະພາ​ຂອງ​ໄທ​ຈັດການ​ເປິກສາ​ຫາລື​ກັບ​ທ່ານ​ອະພິ​ສິດ​ເວດ​ຊາ​ຊີວະ ປະທານ​ພັກ​ປະຊາ​ທິ​ປະ​ປັດ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ, ​ເຫັນ​ດີ​ໃຫ້​ທ່ານ​ປະສົບ​ສຸກ ​ເປັນ​ຜູ້​​ໄກ່​ເກ່ຍ​ລະຫວ່າງ​ລັດ​ຖະ​ບານ​ກັບ​ພັນ​ທະ​ມິດ​ປະ​ຊາ​ຊົນ​ເພື່ອ​ປະຊາ​ທິ​ປະ​ໄຕ​ທີ່​ຕ້ານ​ລັດ​ຖະ​ບານ, ​ເພື່ອ​ທຳລາຍ​ສະພາບ​ແຂງ​ກະດ້າງ​ແຫ່ງວິ​ກິດ​ການ​ການ​ເມືອງ​ທີ່​ໄທ​ປະ​ເຊີນ​ໃນ​ປະຈຸ​ບັນ.

ພາຍ​ຫຼັງ​ການ​ເປິກສາ​ຫາລື, ທ່ານ​ອະ​ພິ​ສິດ​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ, ທ່ານ​ກັບ​ປະທານ​ສອງ​ສະພາ​ລ້ວນ​ແຕ່​ເຫັນ​ວ່າ, ການ​ເຈລະຈາ​ແມ່ນ​ວິທີທີ່​ດີ​ທີ່​ສຸດ​ເພື່ອ​ທຳລາຍ​ສະພາບ​ແຂງ​ກະດ້າງ​ແຫ່ງວິ​ກິດ​ການ​ການ​ເມືອງ, ພັກ​ຝ່າຍ​ຕ່າງໆ​ກໍ່​ເຫັນ​ດີສ້າງ​ບັນ​ຍາ​ກາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເຈລະຈາ.

ວັນ​ທີ 5 ກັນຍາ​ນີ້, ທ່ານ​ສະໝັກ ສຸນ​ທໍລະ​ເວດ ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ, ທ່ານ​ຈະ​ບໍ່​ດຳ​ເນີນ​ການ​ເຈລະຈາ​ກັບພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິ​ປະ​ໄຕ​ທີ່​ຕ້ານ​ລັດ​ຖະ​ບານ. ທ່ານ​ສະໝັກ​ຍັງ​ກ່າວ​ວ່າ, ຄວາມ​ຜິດ​ທີ່​ພາ​ໃຫ້​ເກີດ​ວິ​ກິດ​ການ​ການ​ເມືອງ​ບໍ່​ແມ່ນຍ້ອນ​ຝ່າຍ​ລັດ​ຖະ​ບານ, ລັດຖະບານ​ບໍ່​​ໄດ້​ເຮັດ​ຜິດ​ຫຍັງ.

ນອກ​ນີ້, ຂ່າວ​ແຈ້ງ​ອີກ​ວ່າ, ກຳ​ມະ​ກອນ​ທ່າ​ກ່ຳ​ປັ່ນ​ຄອງ​ຕ່ອຍ​ບາງກອກ​ສະໜັບ​ສະໜູນ​ການນັດ​ຢຸດ​ງານ​ປະ​ທ້ວງ​ຕ້ານ​ລັດຖະບານ​ພັນ​ທະ​ມິດ​ປະຊາຊົນ​ເພື່ອ​ປະຊາ​ທິປະ​ໄຕ​ໄດ້​ສ້າງຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ສູງ​ເຖິງ 450 ລ້ານ​ບາດຕໍ່​ມື້. ສະຫະພັນ​ຂົນ​ສົ່ງຂາ​ເຂົ້າຂາ​ອອກ​ໄທ​ໄດ້​ຮຽກຮ້ອງ​ໃຫ້​ກຳມະກອນ​ກັບ​ຄືນ​ໄປ​ເຮັດ​ວຽກ​ໂດຍ​ໄວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>