ສິງ​ກະ​ໂປ​ປະ​ກາດ​ສ້າງ​ຕັ້ງ​ສູນ​ສຶກ​ສາ​ຄົ້ນ​ຄວ້າ​ພາ​ສາ​ຈີນ

(GMT+08:00) 2008-09-07 18:33:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ຕອນ​ຄ່ຳ​ວັນ​ທີ 6 ກັນຍາ​ນີ້, ທ່ານ​ຫຼີຊ້ຽນລົງ ນາຍົກ​ລັດຖະ​ມົນຕີ​ສິງກະ​ໂປ​ປະກາດ​ວ່າ​ຈະ​ສ້າງ​ຕັ້ງ "ສູນ​ສຶກສາ​ຄົ້ນຄວ້າ​ພາສາ​ຈີນ", ​ເພື່ອ​ອົບຮົມ​ຄູ​ສອນ​ພາສາ​ຈີນ, ຍົກ​ລະດັບ​ສຶກສາ​ພາ​ສາ​ຈີນ​ໃນ​ທົ່ວ​ປະ​ເທດ​ໃຫ້​ສູງ​ຂຶ້ນ, ພ້ອມ​ກັນ​ນັ້ນ, ຫວັງ​ໃຫ້ສູນ​ນີ້​ສ້າງ​ວິທີ​ສອນ​ພາສາ​ຈີນ​ພິ​ເສດ​ໂດຍ​ອີງ​ອາ​ໄສສະພາບ​ສິງ​ກະ​ໂປ​ທີ່​ໃຊ້ 2 ພາສາ, ຄື ພາສາ​ຈີນ​ແລະ​ພາສາ​ອັງກິດ, ດຶງ​ດູດ​ຄົນ​ຕ່າງປະ​ເທດ​ໄປຮຽນ​ພາສາ​ຈີນ​ຢູ່​ສິງກະ​ໂປ.

ທ່ານ​ຫຼີຊ້ຽນລົງ​ປະກາດ​ຂ່າວ​ດັ່ງກ່າວ​ໃນງານ​ລ້ຽງ​ອາຫານ​ສະ​ຫຼອງ "ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ" ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 85 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>