ຜູ້​ນຳ​ບາງ​ປະ​ເທດ​ຊົມ​ເຊີຍ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ

(GMT+08:00) 2008-09-10 20:03:58 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊິນ​ຮວາ:  ​ເມື່ອ​ບໍ່​ດົນ​ມາ​ນີ້, ຜູ້ນຳ​​ຂອງ​ບາງ​ປະ​ເທດຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່ງານ​ໂອ​ລິມປິກ​ປັກ​ກິ່ງ ທີ່ໄດ້​ຮັບ​ຜົນສຳ​ເລັດ​​ຢ່າງສວຍ​ງາມ​ ຜ່ານ​ທາງ​ຈົດໝາຍ ​ແລະ​ໂທລະ​ເລກ. 

ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ ​ເຫັນ​ວ່າ: ງານ​ໂອ​ລິມປິກປັກ​ກິ່ງ ​ເຮັດ​ໃຫ້​ປະ​ເທດ​ຈີນ​ມີ​ຊື່​ສຽງ​ໄປ​ທົ່ວ​ໂລກ ​ແລະ​ທັງ​ຍັງ​ສະ​ແດງ​ໃຫ້​ໂລກ​ເຫັນ​​ເຖິງ​ຄວາມ​ສາມັກຄີ​​ຂອງ​ປະຊາຊົນ​ຈີນ.

ທ່ານ ອາ​ກັງ ລັກ​ໂຊ​ໂນ, ປະທານ​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ຫວັງ​ວ່າ: ງານ​ໂອ​ລິ​ມປິກ​ປັກ​ກິ່ງ ຈະສະໜອງ​​ໂອກາດ​ສຳຄັນ​ໃຫ້ການຊຸກຍູ້​ການ​ສົນ​ທະ​ນາ​, ​ເພີ່​ມທະວີ​ຄວາມ​ເຂົ້າ​ໃຈ​ກັນຂອງ​ປະຊາ​ຄົມ​ໂລກ, ຊຸກຍູ້​​ໂລກ​ມີສັນຕິພາບ ​ແລະ​ມີຄວາມກົມກຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>