ເງິນ​ແລະ​ເຄື່ອງ​ຊ່ວຍ​ເຫຼືອ​ກູ້​ໄພ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ເປັນ​ຢ່າງ​ດີ​ໂດຍ​ພື້ນຖານ

(GMT+08:00) 2008-09-11 15:48:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ10​ກັນຍາ​ນີ້,ທ່ານ​ຢູ​ຊ້ຽວ​ມິ​ງ ຮອງ​ຫົວໜ້າ​ກົມ​ກວດ​ກາ​ບັນ​ຊີ​ຈີນ​ກ່າວ​ວ່າ,ພາຍຫຼັງ​​ເມືອງ​ເວີ້ນຊ່ວນ​ເກີດ​ແຜ່ນດິນ​ໄຫວ​ແລ້ວ,​ເງິນ​ກ້ອນ​ໃຫຍ່​ແລະ​ເຄື່ອງ​ຊ່ວຍ​ເຫຼືອ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ບໍລິຈາກ​ນັ້ນ​ໄດ້​ຮັບ​ການ​ຄຸ້ມ​ຄ​ອງ​ແລະ​ນຳ​ໃຊ້​ເປັນ​ຢ່າງ​ດີ​ໂດຍ​ພື້ນຖານ,ບັນຫາ​ທີ່​ກວດ​ພົບ​ໃນ​ເວລາ​ກວດກາ​ບັນຊີ​ກໍ່​ໄດ້​ຮັບ​ກາ​ນດັດ​ແກ້​ເປັນ​ຢ່າງ​ດີ.

ໃນ​ເວລາ​ລົມ​ກັບ​ຜູ່​ໃຊ້​ອິນ​ເຕີ​ເນັດຢູ່​ ເວັບ​ໄຊລັດ​ຖະບານ​ຈີນ,ທ່ານ​ຢູຊ້ຽວມິງກ່າວ​ວ່າ,ການ​ກວດກາ​ບັນຊີ​ເທື່ອ​ນີ້​ໄດ້​ຂະຫຍາຍ​ໄປ​ຮອດເມືອງ​ນ້ອຍ,ຊົນນະບົດ​ແລະ​ສ່ວນ​ບຸກຄົນ​ທີ່​ໄດ້​ຮັບ​ເງິນ​ແລະ​ເຄື່ອງ​ຊ່ວຍ​ເຫຼືອ,​ໄດ້​ຕິດຕາມ​ກວດກາ​ເງິນ​ທຶນ​ແລະ​ເຄື່ອງ​ຊ່ວຍ​ເຫຼືອທີ່​ເປັນ​ງົບປະມານ​ກູ້​ໄພ​ຂອງ​ລັດ​ແລະການ​ບໍລິຈາກ​​ຂອງ​ສັງຄົມ.

ສຳລັບ​ບັນຫາ​ລະ​ເມີດ​ກົດ​ລະບຽບ36ລາຍ​ເຊັ່ນ​ມອບ​ເງິນ​ບໍ່​ທັນ​ການ,​ເອົາ​ເງິນ​ກູ້​ໄພ​ໄປ​ໃຊ້​ໃນ​ທາງ​ອື່ນ​ແລະ​ພະນັກງານ​ຂັ້ນ​ຮາກ​ຖານ​ບາງ​ຄົນ​ສວຍ​ໂອກາດ​ແຈກ​ຈາ​ຍ​ເງິນ​ໃຫ້​ຍາ​ດຕິ​ພີ່​ນ້ອງ​ແລະ​ໝູ່​​​ເພື່ອນ​ນັ້ນ,​ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ກວດກາ​ແລະ​ລົງ​ໂທດ​ຜູ່​ກ່ຽວ​ແລ້ວ.​ປັດ​ຈຸ​ບັນ,​ສຳ​ລັບ​ເງິນ​​ແລະ​ເຄື່ອງ​ຊ່ວຍ​ເຫຼື​ອທີ່​ມອບ​​ບໍ່​ທັນ​ການ​ແລະ​ຖືກ​ຍຶດ​ໄປ​ໃຊ້​ໃນ​ທາງ​ອື່ນ​ນັ້ນ​ລ້ວນ​ແຕ່​ໄດ້​ທວງ​ເອົາ​ຄືນ​ໝົດ​ແລ້ວ,​ແລະ​ໄດ້​ລົງ​ໂທດ​ຜູ່​ຮັບ​ຜິດ​ຊອບ​21​ຄົນ​ຕາມ​ກົດ​ລະບຽບ​ພັກ​ແລະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>