ສະພາຜູ່ແທນລາຊະດອນໄທເລື່ອນເວລາເລືອກຕັ້ງນາຍົກລັດຖະມົນຕີໃໝ່
-----------------------------------------------------------------------------------------------------------------
ຕາມຂ່າວcri:ວັນທີ12 ກັນຍານີ້,ສະພາຜູ່ແທນລາຊະດອນໄທຖືກບັງຄັບໃຫ້ເລື່ອນເວລາເລືອກຕັ້ງນາຍົກລັດຖະມົນຕີໃໝ່ໃນມື້ດຽວກັນ,ຍ້ອນວ່າສະມາຊິກສະພາສ່ວນຫຼາຍປະຕິເສດເຂົ້າຮ່ວມກອງປະຊຸມເພື່ອຂວ້ຳບາດທ່ານສະໝັກ ສຸນທໍລະເວດ ປະທານພັກພະລັງປະຊາຊົນທີ່ຮັບຕຳແໜ່ງເປັນນາຍົກລັດຖະມົນຕີອີກເທື່ອໜຶ່ງ.
ຕອນເຊົ້າມື້ດຽວກັນ,ສະພາຜູ່ແທນລາຊະດອນໄທຈັດກອງປະຊຸມພິເສດຂອງສະມາຊິກສະພາຕາມແຜນການເພື່ອເລືອກຕັ້ງນາຍົກລັດຖະມົນຕີໃໝ່.ແຕ່ຍ້ອນວ່າຈຳນວນສະມາຊິກເຂົ້າຮ່ວມບໍ່ຮອດ236ຄົນທີ່ກົດໝາຍກຳນົດໄວ້,ທ່ານໄຊ ຊິດຊອບ ປະທານສະພາຜູ່ແທນລາຊະດອນຕ່ຳປະກາດວ່າຈະເລື່ອນເວລາກອງປະຊຸມເລື່ອກຕັ້ງນາຍົກລັດຖະມົນຕີໃໝ່ໄປຮອດຕອນເຊົ້າວັນທີ17 ກັນຍານີ້.
ອີງຕາມກົດໝາຍກຳນົດວ່າ,ສະພາຜູ່ແທນລາຊະດອນຕ້ອງເລືອກຕັ້ງນາຍົກລັດຖະມົນຕີໃໝ່ພາຍໃນ30ມື້ນັບແຕ່ວັນທີ9 ກັນຍາເປັນຕົ້ນມາ.