ຫວຽດນາມກັບອາເມລິກາກ່າວວ່າຈະເພີ່ມທະວີການຮ່ວມມືຕື່ມອີກ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ວັນທີ12 ກັນຍານີ້,ໃນກອງປະຊຸມ,ທ່ານຈອນ ເນໂກຼພອນເຕ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາທີ່ພວມຢ້ຽມຢາມຢູ່ຫວຽດນາມກ່າວວ່າ,ອາເມລິກາຍິນດີລົງເລິກການຮ່ວມມືກັບຫວຽດນາມໃນຫຼາຍດ້ານ.
ໃນການຖະແຫຼງຂ່າວທີ່ສະຖານທູດອາເມລິກາປະຈຳຫວຽດນາມຈັດໃນມື້ດຽວກັນ,ທ່ານເນໂກຼພວນເຕກ່າວວ່າ,ອາເມລິກາຈະຊ່ອຍຫວຽດນາມສ້າງນັກວິຊາການລະດັບປະລິນຍາເອກ1ໝື່ນຄົນ,ແລະກ່າວວ່າຈະຊ່ອຍຫວຽດນາມຕໍ່ຕ້ານການສໍ້ລາດບັງຫຼວງ.
ວັນທີ11 ກັນຍານີ້,ໃນເວລາພົບປະທ່ານເນໂກຼພອນເຕ,ທ່ານຫງຽນເຕິນຢຸງນາຍົກລັດຖະມົນຕີຫວຽດນາມກ່າວວ່າ,ຫວຽດນາມຍິນດີເພີ່ມທະວີການຮ່ວມມືກັບອາເມລິກາໃນຂົງເຂດຕ່າງໆຄືການຄ້າ,ການລົງທຶນ,ການອົບຮົມການສຶກສາ,ການອະນຸລັກສິ່ງແວດລ້ອມ,ແລະຮັບມືການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນ.