ກອງ​ປະ​ຊຸມ​ເທື່ອ​ທີ3​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ​-​ເອີ​ລົບ​ອັດ​ລົງ​

(GMT+08:00) 2008-09-13 16:15:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ກອງ​ປ​ະຊຸມ​ເທື່ອ​ທີ3​ຂອງ​ເວທີ​ປຶກສາ​ຫາລື​ຈີນ-​ເອີ​ລົບ​ທີ່​ຈັດ​ຂຶ້ນ​ຢູ່​ແຮມ​ເບີກ​ແຫ່ງ​ເຢຍລະ​ມັນໄດ້​ອັດ​ລົງ​ແລ້ວ​​ໃນ​ວັນ​ທີ12​ກັນຍາ​ນີ້.ທ່ານ​ປີ​ແອ​ໄຊ​ມອນ​ປະ​ທານ​ສະ​ມາ​ຄົມ​ການ​ຄ້າ​ສະ​ຫະ​ພາບ​ເອີ​ລົບ​ແລະ​ທ່ານ​ເອັດ​ມູນ ​ເຟວສ ຜູ່​ໄດ້ຮັບ​ລາ​ງວັນ​ ໂນ​ແບນ​ສາຂາ​ເສ​ດຖະສາດປີ2006​ໄດ້​ເຂົ້າ​ຮ່ວມ​ພິທີ​ອັດ​ປະຊຸມ.

ທ່ານ​ໄຊ​ມອນ​ກ່າວ​ວ່າ,ການ​ພົວພັນ​ລະຫວ່າງ​ສະຫະ​ພາບ​ເອີ​ລົບ​ກັບ​ຈີນ​ຄວນ​ຖື​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ​ເປັນ​ພື້ນຖານ,ສະຫະພາບ​ເອີ​ລົບ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະກິດ​ຈີນ​ໄປ​ລົງ​ທຶນ​ໃນເອີ​ລົບ.ທ່ານ​ແຟວສກ່າວ​ວ່າ,ຈີນ​ຈະ​ກາຍ​ເປັນ​ສະ​ມາ​ຊິກ​ສຳ​ຄັນ​ໃນ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ,ການ​ປະດິດ​ສ້າງ​ຂອງ​ຈີນ​ກໍ່​ຈະ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ​ຮ່ວມ​ກັນ​ຊົມ​ໃຊ້​ເຊັ່ນ​ດຽວ​ກັນ.​ບຸກ​ຄົນ​ລະດັບ​ສູງ​ໃນ​ວົງ​ການ​ການ​ເມືອງ,​ເສດຖະກິດ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ນິກ​380​ກວ່າ​ທ່ານ​ທີ່​ມາ​ຈາກ15​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທີ່​ດຳ​ເນີນ​ເປັນ​ເວລາ3​ວັນ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>